ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການເລື່ອນຊັ້ນນາຍທະຫານຊັ້ນພັນຕີ ຂຶ້ນ ພັນໂທ
ຢູ່ກອງບັນຊາການທະຫານແຂວງ ຊຽງຂວາງ


ສະຫາຍ ພົນຕີ ສອນທອງ ພົມລາວົງ ໃຫ້ກຽດປະດັບຊັ້ນ

     ວັນທີ 26 ພຶດສະພາ ນີ້, ຢູ່ ທີ່ກອງບັນຊາການທະຫານ ແຂວງຊຽງຂວາງ ໄດ້ຈັດພິທີປະກາດເລື່ອນຊັ້ນພັນຕີ ຂຶ້ນ ພັນໂທ ຂຶ້ນ. ໂດຍການເປັນກຽດເຂົ້າຮ່ວມຂອງ
ສະຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີບັນດາສະຫາຍການນຳກອງບັນຊາ
ການທະຫານແຂວງ, ກອງພັນໃຫຍ່ 702, 643, 584, ໂຮງໝໍບໍລິເວນ 101, ຈຸດສຸມພັດທະນາເມືອງ ໝອກ ພ້ອມດ້ວຍນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່
ເຂົ້າຮ່ວມ.

     ສະຫາຍ ພັນໂທ ອິນພອນ ໄຊຍະສິດ ຫົວໜ້າ ພະແນກຈັດຕັ້ງກົມພະນັກງານ ກົມໃຫຍ່ການ ເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດວ່າດ້ວຍ
ການເລື່ອນຊັ້ນພັນຕີ ຂຶ້ນ ພັນໂທ ໃຫ້ນາຍທະຫານຢູ່ບັນດາກອງບັນຊາການທະຫານແຂວງ, ກອງພົນ, ກອງພັນໃຫຍ່, ກອງຜະລິດ ແລະ ສາງນ້ຳມັນ. ກະຊວງປ້ອງກັນ
ປະເທດຕົກລົງເລື່ອນຊັ້ນພັນຕີ ຂຶ້ນ ພັນໂທ 25 ສະຫາຍຄື: ຫ້ອງວ່າການກະຊວງປ້ອງກັນປະ​ເທດ 1 ສະຫາຍ, ກົມໃຫຍ່ພະລາທິການກອງທັບ 4 ສະຫາຍ, ແຂວງ ໄຊສົມ
ບູນ 3 ສະຫາຍ, ກົມກໍ່ສ້າງຮາກຖານ 1 ສະຫາຍ, ແຂວງ ຫົວພັນ 4 ສະຫາຍ, ແຂວງ ຊຽງຂວາງ 4 ສະຫາຍ, ກອງພົນທີ 1 ມີ1 ສະຫາຍ, ກອງພັນໃຫຍ່ 643 ມີ3 ສະ
ຫາຍ ແລະ ກອງພັນໃຫຍ່ 702 ມີ4 ສະຫາຍ.

     ສະຫາຍ ພົນຕີ ສອນທອງ ພົມລາວົງ ກໍໄດ້ເໜັ້ນໜັກໃຫ້ບັນດາສະຫາຍການນຳ ເວົ້າລວມ, ເວົ້າສະເພາະນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ທີ່ມາຈາກບັນດາ
ກົມກອງ ຈົ່ງສືບຕໍ່ເອົາໃຈ ໃສ່ໃນການປະຕິບັດໜ້າທີ່ການເມືອງທີ່ຕົນຮັບຜິດຊອບໃຫ້ມີປະສິດທິຜົນ, ສືບຕໍ່ຊີ້ນຳນຳພາກົມກອງ ໃຫ້ມີຄວາມກ້າວໜ້າ ແລະ ພັດທະນາ
ຮອບດ້ານ, ເຮັດໃຫ້ພະນັກງານ-ນັກຮົບໃນກົມກອງມີ ຄວາມເຕີບໃຫຍ່ເຂັ້ມແຂງຮອບດ້ານດ້ວຍການເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.