ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານ​ແຂວງ ​ໄຊ​ຍະ​ບູລີ​ ເປີດ​ບັ້ນ​ອົບຮົ​ມ-ຫັດ​ແອ​ບຊ້ອມ​ຮົບ 1 ຂັ້ນ​ຝ່າຍ​ດຽວ


ສະຫາຍ ພັນເອກ ກູດ ພົມມາ ​ເປັນປະທານເປີດບັ້ນອົບຮົມ - ຫັດແອບຊ້ອມຮົບ 1 ຂັ້ນຝ່າຍດຽວ

     ກາງເດືອນທັນວາຜ່ານມາ, ກອງບັນຊາການທະຫານ ແຂວງ ໄຊຍະບູລີ ໄດ້ເປີດບັ້ນອົບຮົມ-ຫັດແອບຊ້ອມຮົບ 1 ຂັ້ນຝ່າຍດຽວໃນບົດກອງພັນນ້ອຍທະຫານຮາບສູ້
ຮົບຈັ້ງທ່າຢູ່ ພູມີປະເທດ ພູຜາປ່າດົງ, ນຳໃຊ້ 1 ກອງຮ້ອຍ ຍິງລູກປືນແທ້ໃນ ກອງພັນ 411 ເປັນຫຼັກ ໂດຍເປັນປະທານຂອງ ສະຫາຍ ພັນເອກ ກູດ ພົມມາ ຫົວໜ້າ ການ
ທະຫານກອງບັນຊາການທະຫານ ແຂວງ ໄຊຍະບູລີ, ມີ ສະຫາຍ ສົມພອນ ໄຊດວງຕາ ເຈົ້າເມືອງໆທົ່ງມີໄຊ ແຂວງ ໄຊຍະບູລີ, ມີຄະນະພັກ - ຄະນະບັນຊາ ແຂກຖືກເຊີນ
ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

     ການເປີດບັ້ນອົບຮົມ - ຫັດແອບຊ້ອມຮົບໃນຄັ້ງນີ້, ກໍເພື່ອເປັນການບໍາລຸງຍົກລະດັບທາງດ້ານທິດສະດີ - ຫຼັກການບັນຊາ ກັບ ພາກປະຕິບັດຕົວຈິງ, ທັງເປັນການຍົກ
ລະດັບຄວາມຮູ້ ຄວາມສາມາດທາງດ້ານສິລະປະຢຸດ - ຍຸດທະວິທີຂອງພະນັກງານ - ນັກຮົບໃຫ້ມີຄວາມຊໍານານໃນການນໍາໃຊ້ອາວຸດຍຸດໂທປະກອນໃນເວລາເຄື່ອນໄຫວ
ປະຕິບັດໜ້າທີ່ໃຫ້ມີຄວາມຄ່ອງແຄ້ວ ສາມາດຮັບປະກັນດັບສູນເປົ້າໝາຍໃຫ້ວ່ອງໄວທັນເວລາ ແລະ ຮັບປະກັນໃນການສູ້ຮົບດ້ວຍຄຸນນະພາບສູງ, ທັງເປັນການປັບປຸງກໍ່
ສ້າງກໍາລັງຂອງຕົນໃຫ້ມີຄວາມເຂັ້ມແຂງທາງດ້ານການທະຫານ, ໜັກແໜ້ນທາງດ້ານການເມືອງ - ແນວຄິດ ແລະ ປະຕິບັດລະບຽບວິໄນຂອງກອງທັບເຂັ້ມງວດ.

     ໂອກາດນີ້ ສະຫາຍ ພັນເອກ ກູດ ພົມມາ ກໍໄດ້ເນັ້ນໃຫ້ຄະນະຮັບຜິດຊອບແຕ່ລະພາກສ່ວນ ແລະ ນັກເຝີກອົບຮົມຈົ່ງເອົາໃຈໃສ່ປະຕິບັດເນື້ອໃນຫຼັກການບາດກ້າວຂອງ
ຜູ້ນຳພາ - ບັນຊາຢ່າງເຂັ້ມງວດ ແລະ ເປັນເອກະພາບກັນທາງດ້ານທິດສະດີ - ຫຼັກການ, ມີສະຕິລະວັງຕົວສູງ, ພ້ອມກັນຜ່ານຜ່າຂໍ້ຫຍຸ້ງຍາກເຮັດໃຫ້ບັ້ນອົບຮົມຄັ້ງນີ້ບັນລຸ
ຕາມລະດັບຄາດໝາຍ ແລະ ຮັບປະກັນຄວາມປອດໄພ 100%.