ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ສະເຫຼີມສະຫຼອງວັນສ້າງຕັ້ງໂຮງຮຽນຄົບຮອບ 57 ປີ


ພິທີສະເຫຼີມສະຫຼອງວັນສ້າງຕັ້ງໂຮງຮຽນ ຄົບຮອບ 57 ປີ

     ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນສ້າງຕັ້ງໂຮງຮຽນຄົບຮອບ 57 ປີ (22 ພະຈິກ 1962 ຫາວັນທີ 22 ພະຈິກ 2019) ໃນ
ວັນທີ 22 ພະຈິກ 2019 ນີ້ທີ່ເດີ່ນຜາມໄຊຂອງໂຮງຮຽນ ເປັນກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພັນເອກ ພູເວີນ ວົງຄຳຊາວ ເລຂາຄະນະພັກ, ຫົວໜ້າ ການເມືອງ
ໂຮງຮຽນ ພ້ອມຄະນະ, ມີຄະນະພັກ-ຄະນະບັນຊາ 6 ຫ້ອງການ, ຄະນະພະແນກ, ຄະນະບັນຊາ 4 ກອງພັນນັກຮຽນ, ຄະນະກອງຮ້ອຍ ແລະ ພະນັກງານ-ນັກຮົບ ທົ່ວໂຮງ
ຮຽນເຂົ້າຮ່ວມ.

     ສະຫາຍ ພັນເອກ ພູເວີນ ວົງຄຳຊາວ ເລຂາຄະນະພັກ ຫົວໜ້າ ການເມືອງໂຮງຮຽນ ໄດ້ເລົ່າຄືນປະຫວັດຄວາມເປັນມາຂອງການສ້າງຕັ້ງໂຮງຮຽນ ເປັນຕົ້ນກ່ອນໜ້າ
ນີ້ໂຮງຮຽນໄດ້ສ້າງຕັ້ງຢູ່ ຊວນທັນເມືອງ ກຸຍເຮີບ ແຂວງເຫງ້ອານ ສສ ຫວຽດນາມ ໃນວັນທີ 22 ພະຈິກ ປີ 1962 ໃສ່ຊື່ວ່າ: ໂຮງຮຽນ ວັດທະນະທຳຊວນທັນ ມາຮອດ
1976 ໄດ້ຍົກຍ້າຍມາຕັ້ງຢູ່ບ້ານ ນາໄກ ເມືອງວຽງໄຊ ແຂວງ ຫົວພັນ ເຊິ່ງແມ່ນຖານທີ່ໝັ້ນຂອງການປະຕິວັດລາວໃສ່ຊື່ວ່າ: ໂຮງຮຽນວັດທະນະທຳກອງທັບວຽງໄຊ ຄຳ
ວ່າ: (ວຽງໄຊ) ແມ່ນຊື່ລັບ ຂອງ ທ່ານ ປະທານ ໄກສອນ ພົມວິຫານ ຜູ້ປະກາດສ້າງຕັ້ງ ແລະ ບັນຊາໂດຍກົງກອງທັບລາວອິດສະຫຼະ ຫຼື ກອງທັບປົດປ່ອຍປະຊາຊົນລາວ
ໃນເມື່ອກ່ອນ ແລະ ປັດຈຸບັນແມ່ນກອງທັບປະຊາຊົນ ລາວ ທັງແມ່ນວິລະບູລຸດຂອງຊາດລາວເຮົາ ເມື່ອມາຮອດຕົ້ນປີ 1988 ກະຊວງປ້ອງກັນປະເທດໄດ້ຍົກຍ້າຍໂຮງ
ຮຽນວຽງໄຊໄປຕັ້ງຢູ່ເມືອງ ບາຈຽງ ຈະເລີນສຸກ ແຂວງ ຈຳປາສັກ ຈົນຮອດປັດຈຸບັນນີ້ ເຊິ່ງໂຄງການສິດສອນລະບົບສາມັນ, ລະບົບບຳລຸງ, ລະບົບກໍ່ສ້າງນາຍສິບ ແລະ
ລະບົບວິທະຍາໄລ, ວິທະຍາສາດ ພື້ນຖານ (ວວພ) ໄດ້ 6 ຊຸດ, ໂຮງຮຽນວຽງໄຊໄດ້ສຶກສາອົບຮົມ ແລະ ເຝິກຝົນຫຼໍ່ຫຼອມໃຫ້ພະນັກງານ-ນັກຮົບ ໄດ້18 ພັນກວ່າຄົນ
ແລ້ວໃນນັ້ນສ້າງພະນັກງານດີ, ຮຽນເກັ່ງເສັງໄດ້ລະດັບຊາດ ແລະ ລະດັບແຂວງຫຼາຍສະຫາຍທີ່ປະກອບເຮັດວຽກງານຢູ່ຂັ້ນກຳມະການສູນກາງພັກ, ຂັ້ນກະຊວງ, ຂັ້ນກົມ
ຢູ່ບັນດາຂັ້ນກຳລັງທ້ອງຖິ່ນ, ກຳລັງຫຼວງ ແລະ ບໍລິສັດທາງພາກລັດ ແລະ ເອກະຊົນ, ເວົ້າສະເພາະແມ່ນກອງທັບປະຊາຊົນລາວ.

     ນອກນີ້ຍັງວຽກງານອື່ນໆ ຂອງກົມກອງຕ້ອງມີຄວາມຮັບປະກັນສູງໃນວຽກງານອົບຮົມກໍ່ສ້າງພະນັກງານສືບທອດທີ່ດີຂອງກອງທັບ, ຈາກຜົນງານດັ່ງກ່າວມານັ້ນກໍ
ໄດ້ຮັບການຍ້ອງຍໍປະເພດຕ່າງໆຄື: ລວມໝູ່ມີ ຫຼຽນໄຊອິດສະຫຼະຊັ້ນ II 2 ໜ່ວຍ, ຊັ້ນ III 2 ໜ່ວຍ, ຫຼຽນໄຊຊະນະເລີດຊັ້ນ II 2 ໜ່ວຍ, ຫຼຽນໄຊພິລະອາດຫານຊັ້ນ II 1
ໜ່ວຍ, ຫຼຽນໄຊແຮງງານຊັ້ນ II 9 ໜ່ວຍ, ຊັ້ນ III 11 ໜ່ວຍ, ໃນຕອນທ້າຍພິທີຄະນະປະທານຍັງໄດ້ຮຽກຮ້ອງມາຍັງຄະນະບັນຊາທຸກຂັ້ນນັກຮຽນ-ນັກສຶກສາຕ້ອງພ້ອມ
ກັນເສີມຂະຫຍາຍ ແລະ ເຊີດຊູຮັກສາມູນເຊື້ອອັນດີງາມຂອງໂຮງຮຽນໄວ້ໃຫ້ຍືນຍົງທະນົງແກ່ນຕະຫຼອດໄປ.