ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງງານປະສານເຫຼົ່າຫຼວງພະບາງ ສ້າງຂະບວນການອອກແຮງງານ


ອອກແຮງງານອ້ອມສະຖານທີ່ຄ້າຍຄູ

     ວັນທີ 16 ຕຸລາ 2020 ນີ້, ໂຮງງານປະສານເຫຼົ່າຫຼວງພະບາງ ໄດ້ສ້າງຂະບວນການອອກແຮງງານລວມ, ໂດຍມີຄະນະພັກ-ຄະນະອຳນວຍການ ພ້ອມ
ດ້ວຍພະນັກງານ-ນັກຮົບທົ່ວໂຮງງານເຂົ້າຮ່ວມ.

     ການສ້າງຂະບວນການອອກແຮງງານລວມໃນຄັ້ງນີ້, ໄດ້ພ້ອມກັນຕັດຫຍ້າ ທົ່ວບໍລິເວນໂຮງງານ ແລະ ອະນາໄມຕາມສະຖານທີ່ເຮັດວຽກຂອງແຕ່ລະ
ພະແນກການ, ຂະແໜງການ ເພື່ອເປັນການຂໍ່ານັບຮັບຕ້ອນ ວັນປະຫວັດສາດສຳຄັນຕ່າງໆຂອງຊາດ, ຂອງພັກ ແລະ ຂອງກອງທັບ ເວົ້າລວມ, ເວົ້າສະເພາະ
ແມ່ນເພື່ອເຮັດໃຫ້ກົມກອງມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະອາດຈົບງາມ, ທັງເປັນການສ້າງຄວາມສາມັກຄີລະຫວ່າງນາຍ ແລະ ພົນທະ
ຫານ ພາຍໃນກົມກອງໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂື້ນ.