ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງຮຽນ​ເຫຼົ່າຮົບ​ສື່ສານ 205 ​ເປີດ​ຂະ​ບວນການ​ແຂ່ງຂັນ​ກິລາ​ມວນ​ຊົນ


ສະຫາຍ ພັນໂທ ຂັນທອງ ຫຼ່ຽມວົງຄຳ ​ເປັນ​ປະທານ​ພິທີ​ເປີດ​ຂະ​ບວນການ​ແຂ່ງຂັນ​ກິລາ​ມວນ​ຊົນ

     ຫວ່າງບໍ່ດົນມານີ້, ໂຮງຮຽນເຫຼົ່າຮົບສື່ສານ 205 ໄດ້ເປີດຂະບວນການແຂ່ງຂັນກີລາມວນຊົນຂຶ້ນ ໂດຍການເຂົ້າຮ່ວມຂອງສະຫາຍ ພັນໂທ ຂັນທອງ ຫຼ່ຽມວົງຄຳ ຫົວ
ໜ້າ ການເມືອງໂຮງຮຽນ, ມີຄະນະກອງພັນ, ກອງຮ້ອຍ ພ້ອມດ້ວຍນັກກີລາເຂົ້າຮ່ວມ.

     ສະຫາຍ ພັນຕີ ພູທອນ ພະຈັນໂອລົດ ຫົວໜ້າ ຊາວໜຸ່ມໂຮງຮຽນ ພ້ອມທັງເປັນຄະນະຮັບຜິດຊອບຂະບວນການກີລາໄດ້ກ່າວວ່າ: ສຳລັບການເປີດຂະບວນການໃນຄັ້ງ
ນີ້ກໍເພື່ອເປັນການສ້າງຂະ ບວນການຂໍ່ານັບຮັບຕ້ອນວັນສຳຄັນຂອງຊາດ ເປັນຕົ້ນແມ່ນວັນຊາດທີ 2 ທັນວາ ຄົບຮອບ 44 ປີ ແລະວັນຄ້າຍວັນເກີດທ່ານ ປະທານ ໄກສອນ
ພົມວິຫານ ຄົບຮອບ 99 ປີ ແລະວັນສ້າງຕັ້ງເຫຼົ່າຮົບສື່ສານ ຄົບຮອບ 65 ປີ ໃຫ້ເຕັມໄປດ້ວຍຄວາມໝາຍຄວາມສຳຄັນ ແລະເປັນຂະບວນຟົດຟື້ນອີກທັງຍັງເປັນການ ສ້າງ
ຄວາມສາມັກຄີຮັກແພງລະຫວ່າງພະນັກງານ-ນັກຮົບຢູ່ໃນໂຮງຮຽນເຫຼົ່າຮົບສື່ສານ 205 ໃຫ້ແໜ້ນແຟ້ນ, ທັງເປັນການເຝິກຊ້ອມກຳລັງກາຍ, ກຳລັງໃຈເຮັດໃຫ້ພະນັກງານ-
ນັກຮົບໃນທົ່ວໂຮງຮຽນມີສຸຂະພາບແຂງແຮງ. ສຳລັບປະເພດກີລາທີ່ນຳມາຈັດຕັ້ງການແຂ່ງຂັນຄັ້ງນີ້ມີ 5 ປະເພດຄື: ເປຕັງທົ່ວໄປ, ບານສົ່ງຊາຍ-ຍິງ, ກະຕໍ້, ເຕະບານ ເຊິ່ງ
ຈະໄດ້ເລີ່ມແຂ່ງຂັນແຕ່ວັນທີ 19/9/2019 ຈົນເຖິງວັນທີ 14/10/2019.