ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານ​ນະຄອນຫຼວງວຽງຈັນ ສ້າງ​ຂະ​ບວນການ​ແຂ່ງຂັນ​ກິລາ


ພິທີ​ສ້າງ​ຂະ​ບວນການ​ແຂ່ງຂັນ​ກິລາ

     ໃນຕອນບ່າຍຂອງວັນທີ 21 ສິງຫາ ນີ້, ຢູ່ທີ່ເດີ່ນກິລາກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກຳສ້າງຂະບວນການແຂ່ງຂັນກິລາເຕະບານມິດ
ຕະພາບລະຫວ່າງທີມອາວຸໂສກອງບັນຊາການທະຫານນະຄອນຫຼວງວຽງຈັນ ເຊິ່ງນຳໂດຍ ສະຫາຍ ພັນເອກ ສີ ທະວີໄຊ ຫົວໜ້າ ການທະຫານກອງບັນຊາການທະຫານນະ
ຄອນຫຼວງວຽງຈັນ ແລະ ທີມນັກຝຶກອົບຮົມວຽກງານ ປກຊ-ປກສ ນຳໂດຍສະຫາຍ ເພັດສະໄໝ ນັດຜາສຸກ ຮອງເຈົ້າເມືອງໆ ຈັນ ທະບູລີ ພ້ອມບັນດານັກກິລາທັງສອງ
ພາກສ່ວນເຂົ້າຮ່ວມ.

     ການແຂ່ງຂັນໄດ້ດຳເນີນໄປດ້ວຍບັນຍາກາດອັນຟົດຟື້ນມ່ວນຊື່ນ ແລະ ຜ່ານການແຂ່ງຂັນຕົວຈິງ ຜົນປະກົດວ່າ ທີມອາວຸໂສຂອງກອງບັນຊາການທະຫານນະຄອນ
ຫຼວງວຽງຈັນ ສາມາດເອົາຊະນະທີມນັກຝຶກອົບຮົມວຽກງານ ປກຊ-ປກສ ໄປໄດ້ 8-5 ປະຕູ, ພາຍຫຼັງທີ່ສຳເລັດການແຂ່ງຂັນ ທີມນັກຝຶກອົບຮົມວຽກງານ ປກຊ-ປກສ ກໍ
ໄດ້ນຳເອົາເຄື່ອງກິລາຈຳນວນ 60 ຊຸດ, ບານເຕະ 3 ໜ່ວຍ ມູນຄ່າ 5.000.000 ກີບ, ມາມອບໃຫ້ກອງບັນຊາການທະຫານນະຄອນຫຼວງວຽງຈັນຕື່ມອີກ.