ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບໃບຍ້ອງຍໍໃຫ້ພະນັກງານ-ນັກຮົບ ປະຈໍາສູນປະສານງານ ລາວ-ຈີນ ບ້ານມອມ


ສະຫາຍ ພັນເອກ ບຸນມີ ພາມີໄຊ ມອບໃບຍ້ອງຍໍໃຫ້ພະນັກງານ-ນັກຮົບ ປະຈຳຢູ່ສູນປະສານງານ ລາວ-ຈີນ ບ້ານ ມອມ

     ວັນທີ 15 ກໍລະກົດ 2020 ນີ້, ຢູ່ທີ່ສະໂມສອນສູນປະສານງານ ລາວ-ຈີນ ບ້ານມອມ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ໄດ້ຈັດພິທີມອບໃບຍ້ອງຍໍໃຫ້ພະນັກງານ-ນັກຮົບ
ຕໍາຫຼວດນໍ້າ ຝ່າຍຈີນ ທີ່ປະຈໍາສູນປະສານງານ ລາວ-ຈີນ ບ້ານມອມ ເຊິ່ງກ່າວມອບໂດຍສະຫາຍ ພັນເອກ ບຸນມີ ພາມີໄຊ ຮອງເລຂາຄະນະພັກ ຫົວໜ້າ ການເມືອງກອງ
ບັນຊາການທະຫານແຂວງບໍ່ແກ້ວ, ມີສະຫາຍ ພັນໂທ ລູຮູຍ ຫົວໜ້າ ສູນປະສານງານ ລາວ-ຈີນ, ມີຄະນະພັກ-ຄະນະບັນຊາ 5 ຫ້ອງ, ພະແນກການທີ່ກ່ຽວຂ້ອງ ແລະ ພະ
ນັກງານ-ນັກຮົບທີ່ປະຈຳສູນ ດັ່ງກ່າວເຂົ້າຮ່ວມ.

     ສະຫາຍ ພັນໂທ ບຸນທອງ ອີນແກ້ວ ຫົວໜ້າ ພະແນກນະໂຍບາຍ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການຍ້ອງຍໍໃຫ້ເຈົ້າໜ້າທີ່ ແລະ
ພາກສ່ວນວິຊາການທີ່ມີຜົນງານດີເດັ່ນ ໃນການປະຕິບັດໜ້າທີ່ວຽກງານການເຄື່ອນໄຫວຂອບເຂດຊາຍແດນຕາມລໍາແມ່ນໍ້າຂອງ ໃຫ້ມີຄວາມສະຫງົບຕະຫຼອດມາ, ເຊິ່ງ
ໄລຍະຜ່ານມາຄະນະທັງສອງຝ່າຍໄດ້ເອົາໃຈໃສ່ເຮັດໃຫ້ສະພາບລຽບຕາມລໍາແມ່ນໍ້າຂອງຕາມຊາຍແດນ ລາວ-ຈີນ ມີຜົນສໍາເລັດຫຼາຍດ້ານ, ເຊິ່ງໄດ້ອໍານວຍຄວາມສະ
ດວກໃຫ້ແກ່ການເດີນເຮືອຕາມລໍາແມ່ນໍ້າຂອງ, ພ້ອມນີ້ຍັງຈະສືບຕໍ່ເສີມຂະຫຍາຍຄວາມສາມັກຄີລະຫວ່າງສູນປະສານງານ ລາວ-ຈີນ ບ້ານມອມ ກໍຄື ກອງບັນຊາການ
ໃຫຍ່ຕໍາຫຼວດນໍ້າ ແຂວງ ຢູນນານ ສປ ຈີນ ກັບ ກອງບັນຊາການທະຫານແຂວງ ບໍ່ແກ້ວ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.

     ໂອກາດນີ້ ສະຫາຍ ພັນເອກ ບຸນມີ ພາມີໄຊ ໄດ້ສະແດງຄວາມຂອບໃຈມາຍັງຫົວໜ້າສູນປະສານງານ ລາວ-ຈີນ ແລະ ພະນັກງານ-ນັກຮົບທີ່ປະຈຳສູນ ທີ່ໃຫ້ການ
ຊ່ວຍເຫຼືອແກ່ກອງບັນຊາການທະຫານແຂວງບໍ່ແກ້ວ ໃນການຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ, ການຄ້າຂາຍເຖື່ອນ, ບັນຫາຢາເສບຕິດ, ການຄ້າມະນຸດ
ໂດຍສະເພາະແມ່ນການຮ່ວມມືລາດຕະເວນທາງນໍ້າຕາມລໍາແມ່ນໍ້າຂອງ ເພື່ອເຮັດໃຫ້ສະພາບມີຄວາມສະຫງົບ ແລະ ປອດໄພໂດຍພື້ນຖານ ພ້ອມນີ້ກໍໄດ້ຈັດພິທີມອບ
ໃບຍ້ອງຍໍໃຫ້ພະນັກງານ-ນັກຮົບປະຈຳຢູ່ສູນປະສານງານ ລາວ-ຈີນ ບ້ານ ມອມ ເມືອງ ຕົ້ນຜີ້ງ ແຂວງ ບໍ່ແກ້ວ ຈຳນວນ 25 ສະຫາຍຢ່າງສົມກຽດ.