ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫະພັນແມ່ຍິງກອງພົນທີ 1 ສໍາເລັດການສ້າງຂະບວນການແຂ່ງຂັນກີລາມິດຕະພາບ


ການແຂ່ງຂັນກີລາບານສົ່ງມິດຕະພາບລະຫວ່າງກົມກອງຕໍ່ກົມກອງອ້ອມຂ້າງສໍານັກງານກອງພົນທີ 1

     ໃນຕອນແລງຂອງວັນທີ 18 ມິຖຸນາ 2019 ຜ່ານມານີ້, ສະຫະພັນແມ່ຍິງກອງພົນທີ 1 ໄດ້ສໍາເລັດການເຄື່ອນໄຫວສ້າງຂະບວນການແຂ່ງຂັນກີລາບານສົ່ງມິດຕະ
ພາບລະຫວ່າງ ກົມກອງຕໍ່ກົມກອງອ້ອມຂ້າງສໍານັກງານກອງພົນ ເຊິ່ງຊີ້ນໍາ-ນໍາພາໃນການເຄື່ອນໄຫວສ້າງຂະບວນການ ໂດຍສະຫາຍ ພັນໂທ ນາງ ໂພຄໍາ ຈັນທະມາດ ຄະ
ນະພັກຮາກຖານຫ້ອງການເມືອງ ຫົວໜ້າພະແນກສະຫະພັນແມ່ຍິງກອງພົນທີ 1 ພ້ອມດ້ວຍຄະນະ.

     ການແຂ່ງຂັນກີລາໃນຄັ້ງນີ້ ແມ່ນເພື່ອສ້າງບັນຍາກາດໃຫ້ຟົດຟື້ນມ່ວນຊື່ນຂໍ່ານັບຮັບຕ້ອນ ວັນປະຫວັດສາດສໍາຄັນຂອງຊາດ, ໂດຍສະເພາະແມ່ນຂໍ່ານັບຮັບຕ້ອນກອງ
ປະຊຸມໃຫຍ່ຄັ້ງທີ 6 ຂອງອົງຄະນະພັກກອງພົນ ທີ່ຈະໄຂຂຶ້ນໃນທ້າຍປີ 2019 ແລະ ກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງພົນທີ 1 ຄົບຮອບ 35 ປີ ທີ່ຈະໝູນວຽນມາ
ບັນຈົບຄົບຮອບໃນປີ 2020 ນີ້, ພິເສດກໍເພື່ອຮັບຕ້ອນວັນສ້າງຕັ້ງວັນແມ່ຍິງລາວ ຄົບຮອບ 64 ປີ ທີ່ຈະມາເຖິງໃນວັນທີ 20 ກໍລະກົດ 2019 ທີ່ຈະມາເຖິງ.

     ການແຂ່ງຂັນແມ່ນເລີ່ມແຕ່ ວັນທີ 20 ພຶດສະພາ 2019 ເປັນຕົ້ນມາ, ໂດຍມີ 8 ກົມກອງເຂົ້າຮ່ວມ ແລະ ຜ່ານການແຂ່ງຂັນຕົວຈິງມີຜົນໄດ້ຮັບດັ່ງລຸ່ມນີ້: ຊະນະເລີດ
ໄດ້ແກ່ກອງພັນສື່ສານ 221, ຮອງຊະນະເລີດໄດ້ແກ່ຫ້ອງພະລາທິການ, ປະເພດ 3 ໄດ້ແກ່ໂຮງໝໍກອງພົນ. ສ່ວນຂັນ ແລະ ລາງວັນແມ່ນຈະໄດ້ມອບໃຫ້ຕາມລໍາດັບຄວາມ
ເໝາະສົມ ແລະ ຈະໄດ້ຈັດມອບ-ຮັບຕົວຈິງໃນມື້ສໍາເລັດການຈັດຕັ້ງປະຖະກາຖາວັນແມ່ຍິງລາວ ຢູ່ກອງພົນທີ 1.