ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ພົນ​ທີ 1 ປະກາດ​ເລື່ອນ​ຊັ້ນ ນາຍ​ສິບ ​ແລະ ພົນທະຫານ


ພັນໂທ ບຸນສົງ ແກ້ວດວງຕາ ​ໃຫ້ກຽດຂຶ້ນ​ປະດັບ​ຊັ້ນ

     ໃນວັນທີ 17 ມັງກອນ ນີ້, ກອງພົນທີ 1 ໄດ້ຈັດພິທີປະກາດເລື່ອນຊັ້ນນາຍສິບ ແລະ ພົນທະຫານ ທົ່ວກອງພົນທີ 1 ຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ
ບຸນສົງ ແກ້ວດວງຕາ ຮອງຫົວໜ້າ ຫ້ອງເສນາທິການ, ມີຄະນະພັກ-ຄະນະບັນຊາແຕ່ລະອົງການ, ພະແນກການ, ຄະນະພັກ - ຄະນະບັນຊາ ກົມກອງທີ່ກ່ຽວຂ້ອງ ແລະ ຜູ້ທີ່
ຮັບການເລື່ອນຊັ້ນເຂົ້າຮ່ວມ.

     ໃນພິທີ ສະຫາຍ ພັນໂທ ຫຼ້າວັນ ໄຊຍະເພັດ ຫົວໜ້າ ພະແນກກຳລັງພົນ ກໍໄດ້ຂຶ້ນອ່ານຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບ ແລະ ຂໍ້ຕົກລົງຂອງກອງພົນທີ 1
ວ່າດ້ວຍການອະນຸມັດເລື່ອນຊັ້ນໃຫ້ນາຍສິບ ແລະ ພົນທະຫານຢູ່ກອງພົນທີ 1. ຕາມກົດໝາຍວ່າດ້ວຍການເລື່ອນຊັ້ນ ຂອງກອງທັບປະຊາຊົນລາວ ເພື່ອເປັນການປັບປຸງ
ກໍ່ສ້າງກຳລັງ, ກໍ່ສ້າງກົມກອງໃຫ້ມີຄວາມໜັກແໜ້ນເຂັ້ມແຂງແທດເໝາະກັບສະພາບຕົວຈິງຂອງກົມກອງ. ກົມໃຫຍ່ເສນາທິການກອງທັບ ແລະ ກອງພົນທີ 1 ຕົກລົງ
ເລື່ອນຊັ້ນໃຫ້ຜູ້ທີ່ມີຜົນງານໃນການປະກອບສ່ວນປົກປັກຮັກສາໝາກຜົນຂອງການປະຕິວັດ ແລະ ສໍາເລັດໜ້າທີ່ ທີ່ໄດ້ຮັບມອບໝາຍຈຳນວນ 80 ສະຫາຍຄື: ເລື່ອນຊັ້ນ
ສິບເອກ ຂຶ້ນ ວາທີ ຈຳນວນ 65 ສະຫາຍ, ເລື່ອນຊັ້ນ ສິບໂທ ຂຶ້ນສິບເອກ 14 ສະຫາຍ ແລະ ເລື່ອນຊັ້ນ ສິບຕີ ຂຶ້ນ ສິບໂທ 01 ສະຫາຍ. ການເລື່ອນຊັ້ນໃນຄັ້ງນີ້ ກໍເພື່ອ
ເປັນການຊຸກຍູ້ຈິດໃຈໃຫ້ແກ່ພົນ ທະຫານທີ່ຕັ້ງໜ້າເຂົ້າໃນການປະຕິບັດໜ້າທີ່ການເມືອງຂອງຕົນໃນການບຸກບື່ນຫ້າວຫັນ, ຂະຫຍັນ ຂັນແຂງ, ອົດທົນຜ່ານຜ່າຄວາມ
ຫຍຸ້ງຍາກ, ເອົາໃຈໃສ່ຕັ້ງໜ້າປະກອບສ່ວນເຂົ້າໃນໜ້າທີ່ວຽກງານຂອງກົມກອງ. ເປັນການຊຸກຍູ້ນ້ຳໃຈໃຫ້ນາຍສິບ ແລະ ພົນທະຫານໃນຖັນແຖວກອງທັບ ກໍຄືກົມກອງ
ມີແນວຄິດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ ແລະ ການຈັດຕັ້ງ, ມີຄວາມຕື່ນຕົວຫ້າວຫັນເຮັດສຳເລັດໜ້າທີ່ຂອງຕົນ.