ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພົນທີ 2 ປະກາດເລື່ອນຊັ້ນໃຫ້ນາຍທະຫານ


ສະຫາຍ ພັນໂທ ວົງເພັດ ເພັງພານິດ ​ເປັນກຽດ​ປະດັບ​ຊັ້ນ​ໃຫ້ນາຍທະຫານ

     ວັນທີ19 ພະຈິກ 2019 ນີ້. ກອງພົນທີ 2 ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍທະຫານຂອງຕົນ ໂດຍການເປັນປະທານຂອງ ສະຫາຍ ພັນໂທ ວົງເພັດ ເພັງພານິດ ຄະ
ນະປະຈຳພັກກອງພົນ ຫົວໜ້າຫ້ອງການເມືອງກອງພົນທີ 2 ມີບັນດາສະຫາຍຄະນະຫ້ອງ ພະແນກການທີກ່ຽວຂ້ອງ ຄະນະພັກຄະນະບັນຊາກົມກອງອ້ອມຂ້າງທີ່ຂຶ້ນກັບ ຕະ
ຫຼອດຮອດພະນັກງານຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ.

     ໃນພິທີ ສະຫາຍ ພັນໂທ ບຸນຍືນ ວິໄລພັນ ຫົວໜ້າ ພະແນກພະນັກງານຫ້ອງການເມືອງ ກອງພົນທີ 2 ໄດ້ຂຶ້ນຜ່ານຂໍ້ຕົງລົງຂອງກະຊວງປ້ອງກັນປະເທດ ແລະ ຂໍ້ຕົກ
ລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເລື່ອນຊັ້ນ, ເລື່ອນທຽບຊັ້ນ ຕາມກົດໝາຍຂອງນາຍທະຫານທີໄດ້ລະບຸໄວ້ ໃນໝວດທີ 3 ມາດຕາທີ 22 ແລະ 23 ວ່າ
ດ້ວຍການເລື່ອນທຽບຊັ້ນ ແລະ ເຄື່ອງໝາຍທຽບຊັ້ນໃນນັ້ນເລື່ອນຊັ້ນວາທີ ຂຶ້ນ ຮ້ອຍຕີ ມີຈຳນວນ 80 ສະຫາຍ, ເລື່ອນທຽບຊັ້ນຮ້ອຍຕີ ຂຶ້ນ ຊັ້ນຮ້ອຍໂທ 69 ສະຫາຍ,
ເລື່ອນຊັ້ນ ຮ້ອຍໂທ ຂຶ້ນ ຊັ້ນຮ້ອຍເອກ 41 ສະຫາຍ ແລະ ເລື່ອນຊັ້ນຮ້ອຍເອກ ຂຶ້ນ ຊັ້ນພັນຕີ 19 ສະຫາຍ.