ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານແຂວງ ອັດຕະປື ຕ້ອນຮັບຄະນະຜູ້ແທນທະຫານແຂວງ ບິ້ງດິ້ງ


ສະຫາຍ ພັນເອກ ບຸນຈັນ ສີຫາວົງ ໃຫ້ກຽດຕ້ອນຮັບຄະນະຜູ້ແທນກອງບັນຊາການທະຫານແຂວງ ບິ້ງດິ້ງ

     ໃນວັນທີ 20 ກັນຍາ ຜ່ານມານີ້ ຄະນະຜູ້ແທນກອງບັນຊາການທະຫານ ແຂວງ ບິ້ງດິ້ງ ສສ ຫວຽດນາມ ນຳໂດຍສະຫາຍ ພັນເອກ ຟ້າມ ຫວື ລົກ ຄະນະປະຈຳພັກ
ແຂວງ ຫົວໜ້າ ກອງບັນຊາການທະຫານ ແຂວງ ບິ້ງດິ້ງ ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການທະຫານ ແຂວງ ອັດຕະປື ໃຫ້ກຽດຕ້ອນຮັບໂດຍ ສະ
ຫາຍ ພັນເອກ ບຸນຈັນ ສີຫາວົງ ຮອງເລຂາຄະນະພັກ ຫົວໜ້າ ການທະຫານ ກອງບັນຊາການທະຫານ ແຂວງ ອັດຕະປື ພ້ອມດ້ວຍຄະນະ.

     ໂອກາດນີ້ທັງສອງຝ່າຍໄດ້ລາຍງານສະພາບໂດຍຫຍໍ້ໃຫ້ກັນ ແລະ ກັນຊາບ ນັບແຕ່ປີ 2013 ມາເຖິງປັດຈຸບັນ ກອງບັນຊາການທະຫານ ແຂວງ ອັດຕະປື ແລະ ກອງ
ບັນຊາການທະຫານ ແຂວງ ບິ້ງດິ້ງ ໄດ້ມີການປະສານສົມທົບພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເປັນຕົ້ນທະຫານ ແຂວງ ບິ້ງດິ້ງ ໄດ້ຊ່ວຍເຫຼືອເປັນທຶນ ແລະ ວັດ
ຖຸອຸປະກອນ ເພື່ອນຳໃຊ້ເຂົ້າໃນການກໍ່ສ້າງໂຮງຮຽນທະຫານທ້ອງຖິ່ນ ແຂວງ ອັດຕະປື ໃຫ້ໄດ້ມາດຕະຖານແກ່ການຮຽນ-ການສອນ, ນອກນັ້ນສອງຝ່າຍຍັງໄດ້ແຕ່ງຕັ້ງຄະ
ນະເດີນທາງໄປຢ້ຽມຢາມອວຍພອນເຊິ່ງກັນ ແລະ ກັນ ໃນໂອກາດວັນສຳຄັນຕ່າງໆເປັນປະຈຳ, ຮັກສາໄດ້ມູນເຊື້ອອັນດີງາມ ແລະ ຄວາມສາມັກຄີຮັກແພງທີ່ເຄີຍມີມູນເຊື້ອ
ຄວາມສາມັກຄີແບບພິເສດລະຫວ່າງສອງຊາດ-ສອງ ກອງທັບ ແລະ ປະຊາຊົນສອງຊາດ ສືບເນື່ອງມາຈົນຮອດປັດຈຸບັນນີ້ ເວົ້າລວມເວົ້າສະເພາະກໍຄື: ກອງບັນຊາການທະ
ຫານ ແຂວງ ອັດຕະປື ກັບ ກອງບັນຊາການທະຫານ ແຂວງ ບິ້ງດິ້ງ ທີ່ນັບມື້ໄດ້ຮັບການພັດທະນາເພີ່ມພູນຄູນສ້າງ ແລະ ເຂົ້າສູ່ລວງເລິກເປັນຮູບປະທຳຂຶ້ນກວ່າເກົ່າ.