ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານ​ເມື​ງ​ແບ​ງ ລົງ​ຊ່ວຍ​ເຫຼືອປະຊາຊົນ ​ຟຶ້ນຟູ​ຄວາມ​ເສຍ​ຫາຍ​ຈາກ​ໄພ​ນ້ຳ​ຖ້ວມ


ທະຫານ​ເມື​ງ​ແບ​ງ ລົງ​ຊ່ວຍ​ເຫຼືອປະຊາຊົນ

     ຈາກການລາຍງານຂອງກອງບັນຊາການທະຫານເມືອງແບງ ແຂວງອຸດົມໄຊ ໃນຕອນເຊົ້າຂອງ ວັນທີ 17 ສິງຫາ 2019 ນີ້, ໄດ້ເກີດມີຝົນຕົກໜັກເຮັດໃຫ້ນ້ຳປ່າໄຫຼ
ລົງ​ມາຖ້ວມເນື້ອທີ່ການຜະລິດ, ເຮືອນຊານບ້ານຊ່ອງຂອງປະຊາຊົນ, ລວມເຖິງພື້ນຖານໂຄງລ່າງຈຳນວນໜຶ່ງ ເຊິ່ງໄດ້ເຮັດໃຫ້ມີຜົນເສຍຫາຍຢ່າງໜັກ, ໃນນີ້ມີບັນດາບ້ານ,
ສຳນັກງານອົງການທີ່ໄດ້ຮັບຜົນກະທົບມີ: ໂຮງໝໍເມືອງຖຶກນ້ຳຖ້ວມອຸປະກອນການແພດໄດ້ຮັບຄວາມເສຍຫາຍ, ບ້ານຫ້ວຍລານໍ້າຖ້ວມເຮືອນ, ນໍ້າເຊາະເຈື່ອນເຮືອນຈຳ
ນວນ 1 ຫຼັງ, ບ້ານ ນາຫ້ວຍ ເຮືອນຖືກນໍ້າເຊາະເຈື່ອນເສຍຫາຍ 4 ຫຼັງ, ໄຫຼຫາຍໄປກັບນໍ້າ 2 ຫຼັງ, ບ້ານ ທ່າກາດ ນ້ຳຖ້ວມເຮືອນປະຊາຊົນ ແລະ ຫຼາຍບ້ານເຂດລຽບຕາມ
ແຄມທາງຫຼວງແຫ່ງຊາດ, ເນື້ອທີ່ນາເຂດລ່ອງນໍ້າແບງ, ນໍ້າຫາວ, ເຂດນາໂຮມຫຼາຍບ້ານຖືກນໍ້າຖ້ວມ, ເສັ້ນທາງເຂດ ນາໂຮມຂາດ 3 ຈຸດ, ຂົວນ້ຳຫາວ ທາງເລກ 2 w ຖືກ
ເຊາະເຈື່ອນ, ນ້ຳ ປະປາໃນເທດສະບານເມືອງຖືກຕັດຂາດ, ໜອງປາ, ສັດລ້ຽງຂອງປະຊາຊົນຈຳນວນໜຶ່ງໄດ້ຮັບຄວາມເສຍຫາຍ. ສ່ວນປະຊາຊົນແມ່ນປອດໄພບໍ່ມີຜູ້ໄດ້
ຮັບບາດເຈັບ ແລະ ເສຍຊີວິດ.

     ຈາກເຫດການດັ່ງກ່າວ ກອງບັນຊາການທະຫານເມືອງແບງ ແຂວງ ອຸດົມໄຊ, ເຊິ່ງນຳໂດຍ ສະຫາຍ ພັນຕີ ຄຳຈັນ ດວງວິດາ ຮອງຫົວໜ້າການທະຫານກອງບັນຊາ
ການທະຫານເມືອງແບງ ພ້ອມດ້ວຍພະນັກງານ-ນັກຮົບຈຳນວນ 89 ກວ່າສະຫາຍ, ໄດ້ນຳໃຊ້ລົດ CA 1 ຄັນ ລົງໄປຊ່ວຍເຫຼືອປະຊາຊົນຢູ່ 11 ຈຸດ 2 ໝູ່ບ້ານ ແລະ ໂຮງ
ໝໍ 1 ແຫ່ງ, ໃນການລົງຊ່ວຍເຫຼືອຄັງນີ້້ ແມ່ນໄດ້ຊ່ວຍພໍ່ແມ່ປະຊາຊົນເຄື່ອນຍ້າຍວັດຖຸສິ່ງຂອງໄປມ້ຽນໄວ້ບ່ອນທີ່ປອດໄພ, ພາຍຫຼັງນໍ້າບົກແຫ້ງລົງກໍໄດ້ສຸມໃສ່ຊ່ວຍເຫຼືອ
ຕັ້ງເຮືອນຊົ່ວຄາວໃຫ້ປະຊາຊົນຈຳນວນ 5 ຫຼັງ, ອານາໄມຕັກດິນ, ເສດຕົມ ພ້ອມທັງລ້າງສິ່ງເປີະເປື້ອນຢູ່ໂຮງໝໍ 1 ແຫ່ງ ແລະ ຢູ່ເຮືອນຊານຂອງປະຊາຊົນ 5 ຫຼັງ.