ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດສ້າງຕັ້ງກຳລັງກອງຫຼອນຢູ່ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ


     ພິທີປະກາດສ້າງຕັ້ງ ກຳລັງກອງຫຼອນຄືນໃໝ່ຢູ່ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນຕອນເຊົ້າຂອງ ວັນທີ 23 ສິງຫາ 2019, ທີ່ສະໂມສອນ ຂອງ
ຫ້ອງວ່າການປົກຄອງ ເມືອງ ສີສັດຕະນາກ , ໂດຍການ ເຂົ້າຮ່ວມຂອງສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ກຳມະການ ຄະນະປະຈໍາພັກ ນະຄອນຫຼວງວຽງຈັນ, ຮອງ
ປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບນະຄອນຫຼວງ ວຽງຈັນ, ຫົວໜ້າ ການເມືອງ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ, ເປັນກຽດ
ເຂົ້າຮ່ວມໂດຍ ສະຫາຍ ໂພຄຳ ໄຊຍະສອນ ເຈົ້າເມືອງໆສີສັດຕະນາກ, ມີຜູ້ຕາງໜ້າຈາກກົມ ທະຫານທ້ອງຖິ່ນ ກົມໃຫຍ່ເສນາທິການກອງທັບ, ຫ້ອງວ່າການປົກຄອງນະ
ຄອນຫຼວງວຽງຈັນ, ຫ້ອງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ, ຄະນະພັກ-ຄະນະບັນຊາອົງການ
5 ຫ້ອງ ແລະ ພະແນກການທີ່ກ່ຽວຂ້ອງຈາກກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ພ້ອມດ້ວຍນາຍບ້ານ ແລະ ອ້າຍນ້ອງກຳລັງກອງຫຼອນໃນທົ່ວເມືອງສີສັດຕະ
ນາກທີ່ໄດ້ຮັບການປະກາດສ້າງຕັ້ງໃນຄັ້ງນີ້ເຂົ້າຮ່ວມ.

     ໃນໂອກາດດັ່ງກ່າວນີ້ ສະຫາຍ ພັນເອກ ບຸນວານ ພົມມະວົງ ຫົວໜ້າ ຫ້ອງເສນາທິການທະຫານນະຄອນຫຼວງວຽງຈັນ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະ
ຊວງປ້ອງກັນປະເທດ, ຄຳສັ່ງແນະນຳຂອງກົມໃຫຍ່ເສນາທິການກອງທັບ ແລະ ຂໍ້ຕົກລົງຂອງ ທ່ານເຈົ້າຄອງນະຄອນຫຼວງວຽງຈັນ, ປະທານຄະນະກຳມະການປ້ອງກັນຊາດ-
ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ, ກ່ຽວກັບການປັບປຸງ ແລະ ຈັດຕັ້ງກຳລັງກອງຫຼອນ 4 ຕົວເມືອງໃນ ນະຄອນຫຼວງວຽງຈັນ ແລະ ຂໍ້ ຕົກລົງຂອງ ກອງບັນຊາ
ການທະຫານນະຄອນຫຼວງວຽງຈັນ ວ່າດ້ວຍການສ້າງຕັ້ງກໍາລັງກອງຫຼອນ ຢູ່ເມືອງສີສັດຕະນາກຄືນໃໝ່. ເນື່ອງຈາກວ່າສະພາບຢູ່ພາຍ ໃນນະຄອນຫຼວງວຽງຈັນ ພາຍຫຼັງ
ທີ່ໄດ້ຍຸບກຳລັງກອງຫຼອນຢູ່ໃນ 4 ຕົວເມືອງໃຈກາງ ນະຄອນຫຼວງວຽງຈັນ ໃນປີ 2007 ເວົ້າສະເພາະ ເມືອງສີສັດຕະນາກ ຜ່ານມາເຫັນວ່າມີຫຼາຍເຫດການ ທີ່ເຮັດໃຫ້ມີປາ
ກົດການຫຍໍ້ທໍ້ເກີດຂຶ້ນພາຍໃນສັງຄົມຢ່າງຕໍ່ເນື່ອງ ດັ່ງນັ້ນເພື່ອເປັນການສະກັດກັ້ນ, ຕ້ານກັບບັນດາເຫດການຕ່າງໆ ທີ່ເກີດຂຶ້ນໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວນັ້ນທົ່ວ
ເມືອງສີສັດຕະນາກ ຈຶ່ງໄດ້ປັບປຸງໂຄງຮ່າງການຈັດຕັ້ງ ຂອງກຳລັງກອງຫຼອນຢູ່ແຕ່ລະບ້ານຄືນໃໝ່ ເພື່ອສ້າງໃຫ້ເປັນຂັ້ນກອງຮ້ອຍ, ໝວດ, ໝູ່ຕາມຕົວເລກຄາດໝາຍຂອງ
ຂັ້ນເທິງວາງອອກໃຫ້ ໄດ້ຮັບຜົນສູງ, ພ້ອມນັ້ນທັງເປັນການສ້າງໃຫ້ມີກຳລັງກອງຫຼອນເຄື່ອນທີ່ປະຈຳພາຍໃນບ້ານໄວ້ ເພື່ອເຮັດໜ້າທີ່ປ້ອງກັນເວນຍາມຕິດຕາມສະພາບ
ການຂອງກຸ່ມຄົນບໍ່ຫວັງດີ ທີ່ຈະກໍ່ຄວາມບໍ່ສະຫງົບພາຍໃນບ້ານ ແລະ ແກ້ໄຂປາກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນໃຫ້ທັນເວລາ, ເວົ້າສະເພາະແມ່ນເຮັດໃຫ້ທົ່ວ ເມືອງ ສີສັດຕະ
ນາກ ມີຄວາມສະຫງົບປອດໄພໂດຍພື້ນຖານ.

     ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ຄະນະປະຈຳພັກ ນະຄອນຫຼວງວຽງຈັນ, ຮອງປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ນະຄອນ
ຫຼວງວຽງຈັນ, ຫົວໜ້າ ການເມືອງ ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ກໍໄດ້ເນັ້ນໜັກໃຫ້ອົງການຈັດຕັ້ງທີ່ກ່ຽວຂ້ອງທຸກພາກສ່ວນ ເປັນເຈົ້າການໃນການຈັດ
ຕັ້ງປະຕິບັດຕາມຂໍ້ຕົກລົງດັ່ງກ່າວຢ່າງເຂັ້ມງວດ ພ້ອມທັງຊີ້ນຳໃຫ້ກຳລັງກອງຫຼອນເຮັດໜ້າທີ່ປ້ອງກັນເວນຍາມຂອງທຸກໆບ້ານພາຍໃນເມືອງ ໃຫ້ມີຄວາມສະຫງົບປອດໄພ
ໂດຍຖືເອົາແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ທຸກມະຕິຄຳສັ່ງຂອງຂັ້ນເທິງລົງເຜີຍແຜ່ໃຫ້ບັນດາກຳລັງກອງຫຼອນ ຂອງຕົນຢ່າງເປັນປົກກະຕິເພື່ອເຮັດ
ໃຫ້ເຂົາເຈົ້າມີຄວາມອຸ່ນອຽນທຸ່ນທ່ຽງກຳແໜ້ນໄດ້ເນື້ອໃນ ແລະ ຫັນເອົາແນວທາງດັ່ງກ່າວນຳໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານຕົວຈິງຢ່າງຕັ້ງໜ້າ, ພ້ອມນັ້ນກໍໄດ້
ຮຽກຮ້ອງໃຫ້ບັນດາອ້າຍນ້ອງກຳລັງກອງຫຼອນ ທີ່ໄດ້ຮັບການສ້າງຕັ້ງຄືນໃໝ່ໃນຄັ້ງນີ້ ຈົ່ງພ້ອມກັນເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຂອງຕົນ, ເອົາໃຈໃສ່ເຝິກຝົນຫຼໍ່
ຫຼອມ ຕົນເອງໃນທຸກດ້ານເຂົ້າໃນໜ້າທີ່ວຽກງານຢ່າງຕັ້ງໜ້າ, ສຸມໃສ່ຫັດແອບທາງດ້ານສິລະປະຍຸດ-ຍຸດທະວິທີໃຫ້ມີຄວາມຄ່ອງແຄ້ວຊຳນິຊຳນານ ໃນການປະຕິບັດໜ້າ
ທີ່-ທີ່ໄດ້ຮັບມອບໝາຍ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ, ສູ້ຊົນສ້າງຄວາມເຂັ້ມແຂງໃຫ້ເປັນກຳລັງກອງຫຼອນທີ່ເຂັ້ມແຂງໜັກແໜ້ນຂອງບ້ານ
ແລະ ກຸ່ມບ້ານ ເພື່ອເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຮັກສາຄວາມເປັນລະບຽບຮຽບຮ້ອຍພາຍໃນສັງຄົມ ໃຫ້ກາຍເປັນບ້ານປອດຄະດີ ແລະ ປອດສິ່ງ
ເສບຕິດ 100%.