ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໜ່ວຍຊາວໜຸ່ມຫ້ອງເສນາທິການກອງບັນຊາການທະຫານ
ແຂວງອຸດົມໄຊໄດ້ຮັບໃບຢັ້ງຢືນໜ່ວຍຊາວໜຸ່ມ 4 ບຸກຄັ້ງທີ III


     ໃນວັນທີ 23 ກໍລະກົດ 2019 ນີ້, ໜ່ວຍຊາວໜຸ່ມຫ້ອງເສນາທິການກອງບັນຊາການທະຫານ ແຂວງອຸດົມໄຊ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍຊາວໜຸ່ມ ແລະ
ສະມາຊິກຊາວໜຸ່ມ 4 ບຸກຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ປະຈຳປີ2018-2019. ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນໂທ ວຽງໄຊ ຍົມມະລາ
ຄະນະພັກ ກອງບັນຊາການ ຮອງຫົວໜ້າຫ້ອງເສນາທິການກອງບັນຊາການທະຫານ ແຂວງອຸດົມໄຊມີສະຫາຍ ພັນໂທ ບຸນໄຊ ເບືອງຍະສູນ ຄະນະບໍລິຫານງານຊາວໜຸ່ມ
ກອງບັນຊາການ ແຂວງ, ຫົວໜ້າພະແນກຊາວໜຸ່ມທະຫານ ແຂວງ ອຸດົມໄຊ, ມີຄະນະຊາວໜຸ່ມກົມກອງອ້ອມຂ້າງ, ພ້ອມດ້ວຍສະມາຊິກເຂົ້າຮ່ວມຢ່າງພ້ອມພຽງ.

     ສະຫາຍ ຮ້ອຍໂທ ຄຳອ້າຍ ອີນທະວົງ ເລຂາໜ່ວຍຊາວໜຸ່ມຫ້ອງເສນາທິການໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງຄະນະບໍລິຫານງານ
ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ປະຈຳປີ 2018-2019 ເພື່ອເປັນການຢັ້ງຢືນເຖິງການເຄື່ອນໄຫວວຽກງານໃນໄລຍະຜ່ານມາ, ທັງເປັນການຕີລາຄາຜົນໄດ້ຮັບ
ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນໃນແຕ່ລະດ້ານຂອງໜ່ວຍຊາວໜຸ່ມຫ້ອງເສນາທິການ, ເຊິ່ງຕະຫຼອດໄລຍະຜ່ານມາໄດ້ມີຫຼາຍດ້ານທີ່ພົ້ນເດັ່ນ ແລະ ມີຜົນສຳເລັດຫຼາຍດ້ານ,
ໂດຍຖືເອົາການສຶກສາອົບຮົມທາງດ້ານການເມືອງນຳພາ-ແນວຄິດໃຫ້ພະນັກງານ, ສະມາຊິກມີແນວຄິດອຸ່ນອຽນທຸ່ນທ່ຽງເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ-ກົດ
ໝາຍຂອງລັດ ຂອງກອງທັບ, ຂອງຊາວໜຸ່ມວາງອອກເປັນຕົ້ນແມ່ນ: ຖືເອົາການຮ່ວມຊີວິດການເມືອງປະຈຳເດືອນ, ເສຍເງິນສະຕິເປັນປົກກະຕິ, ຕຳນິກໍ່ສ້າງເຊິ່ງກັນ ແລະ
ກັນ ເປັນບັນຫາສຳຄັນ, ເຊິ່ງມາຮອດປັດຈຸບັນສາມາດຕີລາແບ່ງປະເພດສະມາຊິກຊາວໜຸ່ມແຂງໄດ້ 13 ສະຫາຍ, ກາງ 12 ສະຫາຍ, ໄດ້ຮັບໃບຍ້ອງຍໍປະເພດຕ່າງໆ 20
ໃບ, ຫຼຽນໄຊປະເພດຕ່າງໆ 10 ໜ່ວຍ, ໄດ້ຮັບການຢັ້ງຢືນເປັນໜ່ວຍຊາວໜຸ່ມ 4 ບຸກ 2 ສະໄໝຊ້ອນ.

     ໃນໂອກາດດຽວກັນນີ້ ສະຫາຍ ພັນໂທ ວຽງໄຊ ຍົມມະລາ ຄະນະພັກກອງບັນຊາການ ຮອງຫົວໜ້າຫ້ອງເສນາທິການທະຫານ ແຂວງ ກໍໄດ້ຂຶ້ນມອບໃບຢັ້ງຢືນນາມ
ມະຍົດ 4 ບຸກສະໄໝທີ III ໃຫ້ໜ່ວຍຊາວໜຸ່ມພ້ອມທັງມອບໃບຍ້ອງຍໍໃຫ້ສະມາຊິກຢ່າງສົມກຽດ.