ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບຸກຄົນໜຶ່ງທີ່​ຢືນ​ຢູ່​ແຖວໜ້າ


ສະຫາຍ ສິບຕີ ນຸ້ຍວົງສັກ ສຸວັນທອງ ແມ່ນໜຶ່ງໃນນັກຮົບທີ່​ຄວນ​ເອົາ​ເປັນ​ແບບຢ່າງ

     ເມື່ອເວົ້າເຖິງບຸກຄົນທີ່ດີເດັ່ນ, ດຸໝັ່ນຂະຫຍັນພຽນໃນການອອກແຮງງານ ແລະ ການປະຕິບັດມະຕິຄຳສັ່ງ ຂໍ້ກຳນົດກົດລະບຽບຕ່າງໆດີນັ້ນໄດ້ເກີດມີພະນັກງານ-ນັກ
ຮົບຫຼາຍສະຫາຍເປັນບຸກຄົນດີເດັ່ນຂອງກົມກອງ, ໜຶ່ງໃນນັ້ນສະຫາຍ ສິບຕີ ນຸ້ຍວົງສັກ ສຸວັນທອງ ແມ່ນໜຶ່ງໃນນັກຮົບທີ່ຢືນຢູ່ແຖວໜ້າໃນການອອກແຮງງານ ແລະ ປະ
ຕິບັດມະຕິຄຳສັ່ງ ຂໍ້ກຳນົດລະບຽບຕ່າງໆຂອງຂັ້ນເທິງໄດ້ຢ່າງເຂັ້ມງວດ ເຊິ່ງສະຫາຍເປັນລູກຂອງພໍ່ ອ່ອນທອງ ສຸວັນທອງ ແລະ ແມ່ ແປງທອງ ສຸວັນທອງ ຢູ່ບ້ານ ຮາວ
ແສນ, ເມືອງສົບເບົາ, ແຂວງຫົວພັນ ເມື່ອສະຫາຍຮຽນຈົບມັດທະຍົມຕອນປາຍແລ້ວສະຫາຍກໍໄດ້ອຳລາຄອບຄົວພໍ່-ແມ່, ອ້າຍເອື້ອຍນ້ອງທີ່ແສນຮັກຂອງຕົນໄດ້ສະໝັກ
ເຂົ້າສູ່ຄອບຄົວໃຫຍ່ຂອງກອງທັບປະຊາຊົນລາວ ໃນວັນທີ 20/12/2016 ເຊິ່ງສະຫາຍໄດ້ສັງກັດຢູ່ໝວດທີ 2 ກອງຮ້ອຍທີ 1 ກອງພັນນ້ອຍ 428 ກອງພັນໃຫຍ່ 497 ຕະ
ຫຼອດໄລຍະເວລາແຫ່ງການດຳລົງຊີວິດຂອງສະຫາຍຢູ່ໃນກົມກອງສະຫາຍໄດ້ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ ແລະ ປະກອບສ່ວນເຂົ້າຮ່ວມຂະບວນການຕ່າງໆຢ່າງຮອບ
ດ້ານບໍ່ວ່າຈະເປັນການອອກແຮງງານເພີ່ມພູນຜະລິດຜົນ, ຂະບວນການເຝິກແອບຮໍ່າຮຽນ ແລະ ຂະບວນການຕ່າງໆໄດ້ດີແລ້ວ ສະຫາຍ ສິບຕີ ນຸ້ຍວົງສັກ ສຸວັນທອງ ຍັງ
ເປັນຄົນມີຄວາມສາມັກຄີຮັກແພງກັບໝູ່ເພື່ອນພາຍໃນ ແລະ ພາຍນອກແລ້ວຍັງເປັນຄົນເວົ້າຈາຖະໜອມຖ່ອມຕົວ, ມີຄວາມປະຢັດຊັດທ່ຽງບໍ່ຫຼິ້ນກິນຟຸມເຟືອຍ ນອກ
ຈາກນັ້ນສະຫາຍ ຍັງໄດ້ເອົາໃຈໃສ່ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ ເປັນຕົ້ນການປະຕິບັດລະບຽບແບບແຜນ, ຂໍ້ກຳນົດກົດລະບຽບກໍຄື 7 ລະບອບ 18 ວຽກໃນມື້ໜຶ່ງຂອງ
ກອງທັບ ນອກຈາກເລີກການແລ້ວສະຫາຍຍັງຮູ້ນຳໃຊ້ເວລາວ່າງໃຫ້ເປັນປະໂຫຍດແກ່ຕົນເອງ ເຊິ່ງຍາມເລີກການຕອນແລງ ຫຼື ຕື່ນນອນຕອນເຊົ້າຈະເຫັນ ສະຫາຍກົ້ມໆ
ເງີຍໆຢູ່ກັບສວນຄົວ ແລະ ສັດລ້ຽງຂອງຕົນເອງ ເຊິ່ງສະແດງອອກໃນ 6 ເດືອນຕົ້ນປີ 2019 ນີ້ສະຫາຍຍັງສາມາດປູກພືດຜັກຊະນິດຕ່າງໆ ເຊັ່ນ: ປູກຜັກກາດຈຳນວນ 3
ໜານເກັບກູ້ໄດ້ 200 ກິໂລ ແລະ ປູກຜັກບົ້ງ 2 ໜານເກັບກູ້ໄດ້ 200 ກິໂລ ພັນທະເຂົ້າເຮືອນຄົວລວມໄດ້ຕາມລະດັບຄາດໝາຍ ແລະ ໄດ້ຂາຍອອກທາງນອກ ເປັນເງິນ
1.500.000 ກີບ, ລ້ຽງເປັດຈຳນວນ 65 ໂຕຂາຍ 96 ກິ​ໂລ ເປັນເງິນ 2.375.000 ກີບ, ລ້ຽງໄກ່ຈຳນວນ 85 ໂຕຂາຍ 90 ກິໂລ ເປັນເງິນ 3.150.000 ກີບ ສັງລວມ
ແລ້ວໃນ 6 ເດືອນຕົ້ນປີສະຫາຍສາມາດສ້າງແຫຼ່ງລາຍຮັບໄດ້ 4.000.000 -5.000.000 ກີບ ເຊິ່ງຈຳນວນເງິນດັ່ງກ່າວກໍສາມາດເຮັດໃຫ້ການດຳລົງຊີວິດຂອງສະຫາຍ
ຄ່ອຍໆດີຂຶ້ນເປັນກ້າວໆ. ຍ້ອນຜົນງານອັນດີເດັ່ນທີ່ສະຫາຍໄດ້ເຄື່ອນໄຫວໄລຍະຜ່ານມານັ້ນ ສະຫາຍຈຶ່ງໄດ້ຮັບການຍ້ອງຍໍສັນລະເສີນຈາກຄະນະພັກ-ຄະນະບັນຊາ, ພະ
ນັກງານ-ນັກຮົບພາຍໃນກົມກອງວ່າສະຫາຍສົມແລ້ວທີ່ເປັນບຸກຄົນ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານນັກຮົບພາຍໃນກົມກອງຕະຫຼອດມາ.