ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ບັນຊາ​ການ​ທະຫານ​ນະຄອນຫຼວງວຽງຈັນ
ຈັດ​ພິທີ​ປະກາດ​ເລື່ອນ​ຊັ້ນ​ ແລະ ທຽບຊັ້ນໃຫ້​ນາຍ​ທະຫານພາຍ​ໃນ​ກົມ​ກອງ​ຂອງ​ຕົນ


ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ປະດັບ​ຊັ້ນ​ໃຫ້​ນາຍ​ທະຫານ

     ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຈັດພິທີປະກາດເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍທະຫານຂອງຕົນ ໃນວັນທີ 23 ທັນວານີ້, ໂດຍການເປັນປະ
ທານ ຂອງ ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າ ການເມືອງກອງບັນຊາການທະຫານນະຄອນຫຼວງວຽງຈັນ, ມີຄະນະພັກ-ຄະນະບັນຊາ ຈາກອົງການ 5
ຫ້ອງ, ຄະນະຮັບຜິດຊອບກົມກອງ ອ້ອມຂ້າງ ແລະ ພະແນກການ ທີ່ກ່ຽວຂ້ອງພ້ອມດ້ວຍນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ.

     ໂອກາດນີ້ ສະຫາຍ ພັນໂທ ເຂັມເພັດ ຫັນທະວົງ ຫົວໜ້າ ພະແນກພະນັກງານທະຫານນະຄອນຫຼວງວຽງຈັນ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ
ແລະ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານຢູ່ກອງບັນຊາການທະຫານນະຄອນຫຼວງວຽງຈັນ ອີງຕາມກົດໝາຍນາຍທະຫານກອງທັບປະ
ຊົນລາວ ( ສະບັບປັບປຸງ ) ໄດ້ລະບຸໄວ້ໃນພາກທີ II ໝວດ III ມາດຕາ 22 ແລະ ມາດຕາ 23 ວ່າດ້ວຍວ່າການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃຫ້ນາຍທະຫານຢູ່ກອງ
ບັນຊາການທະຫານນະຄອນຫຼວງວຽງຈັນ ຈໍານວນ 152 ສະຫາຍ, ໃນນັ້ນເລື່ອນຊັ້ນ ຮ້ອຍເອກ ຂຶ້ນຊັ້ນ ພັນຕີ ມີ 3 ສະຫາຍ, ເລື່ອນຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ ຈໍານວນ
11 ສະຫາຍ, ເລື່ອນທຽບຊັ້ນ 10 ສະຫາຍ, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ 14 ສະຫາຍ, ເລື່ອນທຽບຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ 20 ສະຫາຍ, ເລື່ອນຊັ້ນ ວາທີ ຂຶ້ນ ຮ້ອຍ
ຕີ 87 ສະຫາຍ, ເລື່ອນທຽບຊັ້ນ 22 ສະຫາຍ, ນອກນັ້ນຍັງໄດ້ຍົກຂັ້ນເງິນເດືອນໃຫ້ພະນັກງານ ຈຳນວນ 2 ສະຫາຍ ຕື່ມອີກ.