ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານ​ແຂວງ​ເຊ​ກອງ ​ເປີດ​ຂະ​ບວນການ​ແຂ່ງຂັນ​ກິລາ​ມວນ​ຊົນ
ຕ້ອນຮັບ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ V


ພິທີເປີດຂະບວນການແຂ່ງຂັນກີລາມວນຊົນ

     ໃນວັນທີ 20 ພະຈິກ 2019 ນີ້, ທະຫານແຂວງ ເຊກອງ ໄດ້ຈັດພິທີເປີດຂະບວນການແຂ່ງຂັນກີລາມວນຊົນ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງ
ຄະນະພັກຂອງຕົນ ໂດຍການເປັນປະທານຂອງສະຫາຍ ພັນໂທ ຫຼອດ ນັນທະວົງ ຫົວໜ້າ ຫ້ອງເສນາທິການທະຫານແຂວງ ເຊກອງ, ມີຄະນະພັກ-ຄະນະບັນຊາຈາກອົງ
ການ 5 ຫ້ອງ, ພະແນກການ, ພ້ອມດ້ວຍອ້າຍນ້ອງນັກກີລາມາຈາກ 15 ກົມກອງທີ່ຂຶ້ນກັບເຂົ້າຮ່ວມ.

     ສະຫາຍ ພັນໂທ ຄໍາພຸດ ຈິວິສອນ ຮອງຫົວໜ້າ ຫ້ອງພະລາທິການທະຫານແຂວງ ໄດ້ຜ່ານ ລາຍການແຂ່ງຂັນກີລາມວນຊົນໃນຄັ້ງນີ້ ແມ່ນມີ 7 ປະເພດກີລາຄື: ກີ
ລາເປຕັງການນໍາ, ເປຕັງຊາວໜຸ່ມຍິງ-ຊາຍ, ບານສົ່ງຍິງ, ບານສົ່ງຊາຍ, ບານເຕະຊາຍ (ເດີ່ນຟຸດຊໍຊາຍ) ແລະ ກີລາກະຕໍ້, ໃນການແຂ່ງຂັນກີລາໃນຄັ້ງນີ້ ກໍ່ເພື່ອແນໃສ່
ສ້າງຂະບວນການຂໍ່ານັບຮັບຕ້ອນວັນປະຫວັດສາດທີ່ສໍາຄັນຕ່າງໆຂອງຊາດ, ຂອງພັກ ແລະ ຂອງກອງທັບເວົ້າລວມ-ເວົ້າສະເພາະ. ແມ່ນແນ່ໃສ່ຂໍ່ານັບ ຮັບຕ້ອນ ກອງປະ
ຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກອງບັນຊາການທະຫານແຂວງ ເຊກອງ ທີ່ຈະໄດ້ຈັດຕັ້ງຂຶ້ນໃນມໍ່ໆນີ້ໃຫ້ມີບັນຍາກາດຟົດຟື້ນ, ອີກຢ່າງ ກໍເພື່ອເປັນການສ້າງຄວາມ
ສາມັກຄີມິດ ຕະພາບລະຫວ່າງພະນັກງານນັກຮົບຢູ່ໃນອົງການ 5 ຫ້ອງ ແລະ ບັນດາກົມກອງທີ່ຂຶ້ນກັບກອງ ບັນຊາການທະຫານແຂວງໄດ້ມີການແລກປ່ຽນຖອດຖອນ
ບົດຮຽນເຊິ່ງກັນ ແລະ ກັນ, ພ້ອມກັນ ນັ້ນ ກໍຍັງເປັນການເຝິກຝົນຫຼໍ່ຫຼອມກໍາລັງແຮງກາຍຂອງພະນັກງານ-ນັກຮົບໃຫ້ມີສຸຂະພາບ ເຂັ້ມແຂງ-ແຂງແຮງເພື່ອກຽມພ້ອມ
ເຮັດສໍາເລັດໜ້າທີ່ການເມືອງຂອງຕົນ.