ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮັບຮອງ​ເອົາໜ່ວຍພັກ ປອດ​ໃສ ​ເຂັ້ມ​ແຂງ ໜັກ​ແໜ້ນ ປະຈຳ​ປີ 2019


ສະຫາຍ ພັນເອກ ໄມ່ຈັນ ພັດນະລັດ ປະທາ​ນກອງ​ປະຊຸມຮັບຮອງເອົາໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ

     ໃນວັນທີ 22 ຕຸລາ 2019 ນີ້, ກອງບັນຊາການທະຫານແຂວງ ຫຼວງນໍ້າທາ ໄດ້ຈັດພິທີຮັບຮອງເອົາໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2018 ໂດຍ
ການເປັນທະທານຂອງ ສະຫາຍ ພັນເອກ ໄມ່ຈັນ ພັດນະລັດ ຮອງເລຂາພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ, ຄະນະພັກຮາກ
ຖານ, ຄະນະໜ່ວຍພັກ 5 ຫ້ອງ, ກົມກອງອ້ອມຂ້າງເຂົ້າຮ່ວມ.

     ຕະຫຼອດໄລຍະເວລາ 1 ປີ ແຕ່ລະໜ່ວຍພັກທີ່ຂຶ້ນກັບກອງບັນຊາການທະຫານແຂວງຫຼວງນໍ້າທາ ໄດ້ເປັນເຈົ້າການໃນການສຶກສາອົບຮົມການເມືອງ-ນຳພາແນວຄິດ
ເປັນບັນຫາສໍາຄັນ, ຕິດພັນກັບການຈັດຕັ້ງປະຕິບັດກົດລະບຽບຂອງພັກ ໂດຍຖືເອົາ 5 ຫຼັກການ 3 ທິດນຳຂອງພັກ, ປິ່ນອ້ອມ 4 ໜ້າທີ່ໃຫ່ຍ 26 ແຜນງານທີ່ຄະນະພັກກະ
ຊວງປ້ອງກັນປະເທດວາງອອກ, ເຮັດໃຫ້ພະນັກງານສະມາຊິກພັກເຂົ້າໃຈຕໍ່ພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ກຳແໜ້ນທາງດ້ານຫຼັກການທິດສະດີ, ຫຼັກການໃນ
ການປັບປຸງກໍ່ສ້າງກົມກອງ, ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍບັນດາມະຕິແນວທາງນະໂຍບາຍຂອງພັກ-ກົດໜາຍຂອງລັດ
ແລະ ຂໍ້ກໍານົດກົດລະບຽບຂອງກອງທັບ, ສາມາດເຮັດໃຫ້ພະນັກງານ-ສະມາຊິກພັກມີຄວາມຮູ້ເຂົ້າໃຈເລິກເຊິ່ງຕໍ່ມູນເຊື້ອຂອງພັກ, ພະນັກງານ ມີຄວາມບຸກບືນຕໍ່ໜ້າທີ່
ວຽກງານ ຫັນເອົາມະຕິຕ່າງໆຂອງຄະນະພັກຂັ້ນເທິງມາເປັນແຜນການ, ແຜນງານຂອງກົມກອງກໍຄື: ໜ່ວຍພັກເຫັນວ່າເປັນລະບົບ ແລະ ທ່ວງທັນກັບເວລາ ຈາກຜົນງານ
ດັ່ງກ່າວຈຶ່ງໄດ້ການຮັບຮອງຈາກຄະນະປະຈໍາພັກແຂວງເພື່ອຢັ້ງຢືນເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2018 ໃຫ້ກັບໜ່ວຍພັກທີ່ຂຶ້ນກັບກອງບັນຊາ
ການທະຫານແຂວງ ຫຼວງນໍ້າທາ ຈໍານວນ 22 ໜ່ວຍພັກ.