ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ບັນຊາ​ການ​ທະຫານ​ແຂວງ​ສາລະ​ວັນ ​ເປີດ​ຊຸດ​ອົບຮົມ​ກໍ່ສ້າງ​ນາຍ​ສິບ ຊຸດ​ທີ XII


ສະຫາຍ ພັນ​ເອກ ​ໂສພາ ​ໂພ​ໄຊ​ຍະ​ວົງ ​ເປັນ​ປະທານ​​ພິທີ​​ເປີດຊຸດອົບຮົມ​ກໍ່ສ້າງ​ນາຍ​ສິບ ຊຸດ​ທີ XII

     ໃນວັນທີ 17 ກັນຍາ 2019 ນີ້, ກອງບັນຊາການການທະຫານແຂວງສາລະວັນ ໄດ້ຈັດຕັ້ງພິທີເປີດຊຸດອົບຮົມກໍ່ສ້າງນາຍສິບ ຊຸດທີ XII ລະບົບ 1 ປີ, ປະຈຳສົກ
2019-2020 ຂຶ້ນຢູ່ທີ່ໂຮງຮຽນການທະຫານທ້ອງຖິ່ນຂອງຕົນ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພັນເອກ ໂສພາ ໂພໄຊຍະວົງ ຄະນະປະຈຳພັກ, ຫົວໜ້າ ຫ້ອງ
ການເມືອງກອງບັນຊາການທະຫານແຂວງສາລະວັນ, ມີຄະນະພັກ-ຄະນະອຳນວຍການ, ຄູ-ອາຈານ ຕະຫຼອດຮອດນັກຮຽນນາຍສິບຈຳນວນ 196 ສະຫາຍເຂົ້າຮ່ວມ.

     ສະຫາຍ ພັນຕີ ບຸນທັນ ໄຊຍະສານ ຫົວໜ້າ ການທະຫານໂຮງຮຽນການທະຫານທ້ອງຖິ່ນ ແຂວງສາລະວັນ, ໄດ້ຂຶ້ນຜ່ານແຜນການອົບຮົມກໍ່ສ້າງນາຍສິບ ຊຸດທີ XII
ລະບົບ 1 ປີ, ປະຈຳສົກ 2019-2020 ເຊິ່ງເນື້ອໃນແຜນການອົບຮົມໄດ້ແບ່ງອອກເປັນ 3 ພາກໃຫຍ່ຄື: ພາກທິດສະດີການເມືອງປະກອບມີບັນດາເອກະສານມູນເຊຶື້ອການ
ຕໍ່ສູ້ຂອງພັກປະຊາຊົນປະຕິວັດລາວ, ເອກະສານທາດແທ້ຂອງກອງທັບ, ເອກະສານຄຸນສົມບັດຂອງປະທານ ໄກສອນ ພົມວິຫານ, ເອກະສານວິທີເຝິກຝົນຫຼໍ່ຫຼອມຄຸນສົມ
ບັດສິນທຳປະຕິວັດແບບແຜນວິເຮັດວຽກຂອງນາຍ ແລະ ພົນທະຫານ, ພາກການທະຫານຈະໄດ້ຮຽນຮູ້ກ່ຽວກັບລະບຽບກີລາ, ສິລະປະຍຸດ-ຍຸດທະວິທີ, ກຳລັງໄຟແບກ
ຫາບ ແລະ ພາກພະລາທິການ-ເຕັກນິກ, ປະກອບມີເອກະສານຄຸ້ມຄອງອາວຸດ ແລະ ເຄື່ອງປະກອບ, ເອກະສານວຽກງານ 4 ປູກ 4 ລ້ຽງ ແລະ 5 ເຕັກນິກການແພດ. ການ
ເປີດຮຽນໃນ ຄັ້ງນີ້ ກໍເພື່ອແນໃສ່ກໍ່ສ້າງພົນທະຫານໃຫ້ມີຄວາມຮູ້ພື້ນຖານໃນການບັນຊາຂັ້ນຕົ້ນ, ມີລະບຽບວິໄນເຂັ້ມງວດ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ຂອງຕົນ
ຕາມການຈັດຕັ້ງມອບໝາຍ ແລະ ຍົກສູງຄວາມຮູ້ຄວາມສາມາດໃຫ້ພົນທະຫານທຸກຄົນຮູ້ລະບຽບວິໄນ, ແບບແຜນຂອງກອງທັບ, ຮູ້ນຳໃຊ້ອາວຸດ-ຍຸດໂທປະກອນ ແລະ
ສ້າງໃຫ້ພົນທະຫານມີຄຸນສົມບັດສິນທຳປະຕິວັດ ເພື່ອຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງກອງທັບ.