ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພົນທີ 3 ຈັດພິທີປະກາດການເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍທະຫານ


ສະຫາຍ ພັນເອກ ໄຊຍະວົງ ໄຊນາມທິລາດ ເປັນປະທານພິທີປະກາດການເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍທະຫານ

     ກອງພົນທີ 3 ໄດ້ຈັດພິທີປະກາດການເລື່ອນຊັ້ນ-ເລື່ອນທຽບຊັ້ນໃຫ້ນາຍທະຫານຂອງຕົນ ໃນວັນທີ 18 ກໍລະກົດ 2019 ນີ້, ໃນນີ້ມີຜູ້ໄດ້ຮັບການເລື່ອນຊັ້ນຮ້ອຍ
ເອກ ຂຶ້ນ ພັນຕີ ຈຳນວນ 19 ສະຫາຍ, ເລື່ອນທຽບຊັ້ນຮ້ອຍເອກ ຂຶ້ນ ພັນຕີ ຈຳນວນ 2 ສະຫາຍ, ເລື່ອນຊັ້ນຮ້ອຍໂທ ຂຶ້ນ ຮ້ອຍເອກ 28 ສະຫາຍ, ເລື່ອນທຽບຊັ້ນຮ້ອຍ
ໂທ ຂຶ້ນ ຮ້ອຍເອກ 5 ສະຫາຍ, ເລື່ອນຊັ້ນຮ້ອຍຕີ ຂຶ້ນ ຮ້ອຍໂທ 36 ສະຫາຍ, ເລື່ອນຊັ້ນວາທີ ຂຶ້ນ ຮ້ອຍຕີ 36 ສະຫາຍ, ເລື່ອນທຽບຊັ້ນວາທີ ຂຶ້ນ ຮ້ອຍຕີ 9 ສະຫາຍ,
ເລື່ອນຊັ້ນສິບເອກ ຂຶ້ນ ວາທີ 70 ສະ ຫາຍ, ເລື່ອນສິບຕີ ຂຶ້ນ ສິບໂທ 394 ສະຫາຍ ໂດຍການເປັນປະທານຂອງສະຫາຍ ພັນເອກ ໄຊຍະວົງ ໄຊນາມທິລາດ ຮອງເລຂາ
ຄະນະພັກກອງພົນ ຫົວໜ້າການທະຫານກອງພົນທີ 3, ມີຄະນະພັກ-ຄະນະບັນຊາມາຈາກອົງການກົມກອງ ແລະ ຜູ້ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.

     ໂອກາດນີ້ ສະຫາຍ ພັນເອກ ໄຊຍະວົງ ໄຊນາມທິລາດ ໄດ້ໃຫ້ທິດຊີ້ນຳຫຼາຍບັນຫາສຳຄັນຕໍ່ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້ ພ້ອມທັງໄດ້ເນັ້ນໜັກ
ໃຫ້ແຕ່ລະສະຫາຍສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງໃຫ້ໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ແນວທາງປ່ຽນແປງໃໝ່ຂອງພັກ, ຕ້ອງຮູ້ຈັກຈຳແນກ
ໄດ້ມິດສັດຕູ ຢາກເຮັດໄດ້ຄືແນວນັ້ນຕ້ອງກຳແໜ້ນແນວທາງນະໂຍບາຍຂອງພັກ ແລະ ກຳແໜ້ນຂໍ້ກຳນົດກົດໝາຍຂອງລັດ ເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າ
ທີ່ການເມືອງຂອງຕົນ, ປັບປຸງແບບແຜນວິທີເຮັດວຽກລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ແບ່ງໃຫ້ບຸກຄົນຮັບຜິດຊອບ, ເພີ່ມທະວີຄວາມສາມັກຄີພາຍໃນ
ໃຫ້ແໜ້ນແຟ້ນ, ປັບປຸງກໍ່ສ້າງກົມກອງຂອງຕົນໃຫ້ກ້າວໜ້າເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ ແລະ ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານໃຫ້ກາຍເປັນພະນັກງານສືບທອດ
ປ່ຽນແທນໃນອານາຄົດ.