ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງຮ້ອຍ 28 ທະຫານ  ແຂວງອຸດົມໄຊ ​ເຂົ້າ​ຮ່ວມບໍລິຈາກເລືອດ


ກອງຮ້ອຍ 28 ​ເຂົ້າ​ຮ່ວມ​ບໍລິຈາກ​ເລືອດ

     ໃນວັນທີ 19 ມິຖຸນາ 2019 ນີ້, ກອງຮ້ອຍ 28 ທະຫານ ແຂວງອຸດົມໄຊໄດ້ເຕົ້າໂຮມພະນັກງານ-ນັກຮຽນຮ່ວມໃຈກັນບໍລິຈາກເລືອດ ເພື່ອຊ່ວຍເຫຼືອເພື່ອນມະນຸດ
ດ້ວຍກັນ.

     ຈຸດປະສົງແມ່ນເພື່ອຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງເລືອດ, ເລືອດແມ່ນວັດຖຸປັດໄຈໜຶ່ງທີ່ມີຄ່າ ແລະ ມີຄວາມຈຳເປັນຕໍ່ຊີວິດຂອງຄົນເຮົາຢ່າງຫຼວງຫຼາຍ
ເປັນການຊ່ວຍເຫຼືອເພື່ອນມະນຸດທີ່ຕ້ອງການເລືອດ ເຊິ່ງນອນປິ່ນປົວຢູ່ຕາມໂຮງໝໍແຫ່ງຕ່າງໆ ໃນຂອບເຂດທົ່ວປະເທດ, ໃນນີ້ມີຜູ້ບໍລິຈາກເລືອດໄດ້ 7 ສະຫາຍ.