ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເອົາ​ໃຈໃສ່ປັບປຸງກໍ່ສ້າງກົມກອງໃຫ້ແໜ້ນໜາຖາວອນ


ພະນັກງານ-ນັກຮົບກໍ່ສ້າງເຮືອນ​ນອນ​ຈຳນວນ 1 ຫຼັງ

     ກອງພັນນ້ອຍ 403 ທີ່ຂຶ້ນກັບ ກອງພັນໃຫຍ່ 302 ໃນກອງພົນທີ 3 ກໍແມ່ນກົມກອງຮາກຖານ ໜຶ່ງທີ່ເອົາໃຈໃສ່ປະຕິບັດທິດນຳເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງ
ຄວາມເຂັ້ມແຂງດ້ວຍຕົນເອງ, ເຊິ່ງຍາມໃດກໍໄດ້ເອົາໃຈໃສ່ການປັບປຸງກໍ່ສ້າງກົມກອງໃນທຸກດ້ານ ແນໃສ່ເຮັດສຳເລັດໜ້າທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ເປັນຢ່າງດີ
ຕະຫຼອດມາ ສະຫາຍ ພັນຕີ ຄຳອ້ວນ ວຽງສະຫວັນ ຄະນະພັກກອງພັນໃຫຍ່ 302, ເລຂາຄະນະພັກຮາກຖານຫົວໜ້າການເມືອງກອງພັນດັ່ງກ່າວໄດ້ໃຫ້ຮູ້ວ່າ: ເລີ່ມຕົ້ນປີ
2019 ນີ້, ຄະນະພັກ-ຄະນະບັນຊາ ພວກເຮົາໄດ້ເອົາໃຈໃສ່ຊີ້ນຳ-ບັນຊາພະນັກງານ-ນັກຮົບໃນກົມກອງ ໂດຍປະຕິບັດຕາມທິດຊີ້ນຳຂອງຄະນະພັກຂັ້ນເທິງວາງອອກ ໂດຍ
ຖືເອົາວຽກງານສຶກສາອົບຮົມການເມືອງນຳພາແນວຄິດເປັນສຳຄັນຕິດພັນກັບໜ້າທີ່ການເມືອງຂອງຕົນ, ໄປຄວບຄູ່ກັບການປັບປຸງກໍ່ສ້າງກົມກອງ ໂດຍປິ່ນອ້ອມ 4 ໜ້າທີ່
ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ໂດຍສະເພາະແມ່ນການປະຕິບັດ 7 ລະບອບ 18 ວຽກ, ວິໄນ 12 ຂໍ້ ຕໍ່ປະຊາຊົນຢ່າງເຂັ້ມງວດ, ປະຕິ
ບັດລະບົບປະຈຳການ, ການປ້ອງກັນເວນຍາມສະຖານທີ່ຄ້າຍຄູຢ່າງເປັນປົກກະຕິຕະຫຼອດ 24ຊົ່ວໂມງ, ເຮັດໃຫ້ສະພາບພາຍໃນກົມກອງມີຄວາມສະຫງົບປອດໄພ, ພ້ອມ
ນັ້ນຍັງໄດ້ຫັນເອົາພະນັກງານ-ນັກຮົບລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ, ເອົາໃຈໃສ່ຈັດຕັ້ງຊີ້ນຳ-ນຳພາອົບຮົມ-ຫັດແອບຮຳ່ຮຽນການເມືອງ-ການ
ທະຫານ, ວິຊາສະພາະຕ່າງໆ, ທັງປັບປຸງກໍ່ສ້າງກົມກອງ ເຊິ່ງມີຫຼາຍດ້ານອັນພົ້ນເດັ່ນເຊັ່ນວ່າ: ຂະບວນການປັບປຸງກໍ່ສ້າງກົມກອງ ໃນນີ້ໄດ້ຕັ້ງເຮືອນນອນໂສດແບບຊົ່ວຄາວ
ຈຳນວນ 1 ຫຼັງ ຂະໜາດ 8x25 ແມັດ, ຕັ້ງເຮືອນແບບເຄິ່ງຖາວອນ 1 ຫຼັງ ຂະໜາດ 8x28 ແມັດ, ລວມມູນຄ່າການກໍ່ສ້າງທັງໝົດ 48 ລ້ານກີບ. ການປູກຝັງ-ລ້ຽງສັດ
ກົມກອງມີງົວລ້ຽງທັງໝົດ 5 ໂຕ, ແບ້ 18 ໂຕ, ໝູ 16 ໂຕ, ສັດ ປີກ 7.800 ໂຕ, ລ້ຽງປາ 1 ໜອງ ປ່ອຍປາແລ້ວ 3.500 ໂຕ, ສ້າງກອງທຶນພັດທະນາກົມກອງໄດ້ທັງໝົດ
46 ລ້ານກວ່າກີບ, ສ້າງລາຍຮັບໃຫ້ແກ່ກົມກອງໄດ້ທັງໝົດ 94.800.000 ກີບ.