ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງ​ຫົວໜ້າ ກົມ​ໂຄສະນາ-ອົບຮົມ ກົມ​ໃຫຍ່​ການ​ເມືອ​ງກອງທັບ
ລົງ​ເຄື່ອນ​ໄຫວ​ຊຸກຍູ້​ຂະ​ບວນການ​ຢູ່​ກອງ​ພົນ​ທີ 2


ພິທີ​ພົບ​ປະລະ​ຫວ່າງ​ສະຫາຍ ພັນ​ເອກ ປອ ສີ​ພອນ ​ແກ້ວ​ສະ​ໄໝ ​ແລະ ສະຫາຍ ພັນ​ເອກ ຄຳ​ຂື່ນ ​ເລີດ​ສະ​ໄຫວ

     ໃນວັນທີ 16 ກັນຍາ 2019 ນີ້, ສະຫາຍ ພັນເອກ ຄໍາຂື່ນ ເລີດສະໄຫວ ຮອງຫົວໜ້າກົມໂຄສະນາ-ອົບຮົມ ກົມໃຫຍ່ການເມືອງກອງທັບ ພ້ອມຄະນະໄດ້ລົງເຄື່ອນ
ໄຫວຊຸກຍູ້ຂະບວນການ ຢູ່ ກອງພົນທີ 2, ໂດຍການຕ້ອນຮັບຂອງສະຫາຍ ພັນເອກ ປອ ສີພອນ ແກ້ວສະໄໝ ຫົວໜ້າ ການເມືອງ ກອງພົນທີ 2 ພ້ອມຄະນະ.

     ໂອກາດດັ່ງກ່າວ ສະຫາຍ ພັນເອກ ປອ ສີພອນ ແກ້ວສະໄໝ ຫົວໜ້າການເມືອງ ກອງພົນທີ 2 ກໍໄດ້ລາຍງານສະພາບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໂຄສະ
ນາ-ອົບຮົມ, ການຈັດ ຕັ້ງເປີດຂະບວນການຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ, ຂະບວນການສ້າງກອງຕົວແບບ ແລະ ຂະບວນການສ້າງກອງວັດທະນະທໍາ-ນັກຮົບວັດທະ
ນະທໍາຕາມທິດນໍາຂອງກົມໂຄສະນາ-ອົບຮົມ ກົມໃຫຍ່ການເມືອງກອງທັບ, ກໍຄືກະຊວງປ້ອງກັນປະເທດ ແລະ ຕິດພັນກັບຂະບວນການສ້າງກອງ 3 ປອດ, ຂະບວນການ
ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ. ຈາກນັ້ນສະຫາຍ ພັນເອກ ຄໍາຂື່ນ ເລີດສະໄຫວ ກໍໄດ້ມີຄໍາເຫັນໃຫ້ທິດຊີ້ນໍາຕໍ່ຄະນະພັກ-ຄະນະບັນຊາກອງພົນ ແລະ ພະ
ແນກໂຄສະນາ-ອົບຮົມຫຼາຍບັນຫາທີ່ສໍາຄັນ, ເປັນຕົ້ນສືບຕໍ່ເຮັດວຽກງານສຶກສາອົບຮົມການ ເມືອງນໍາພາແນວຄິດເປັນກົກໃຫ້ພະນັກງານ-ນັກຮົບ, ຍູ້ແຮງຂະບວນການ
ແຂ່ງຂັນຮັກຊາດ ແລະ ພັດທະນາ, ຂະບວນການສ້າງກອງຕົວແບບ, ຂະບວນການສ້າງກອງວັດທະນະທໍາ-ນັກຮົບວັດທະນະທໍາ ແລະ ຂະບວນການອື່ນໆທີ່ປິ່ນອ້ອມວຽກ
ງານໂຄສະນາໃຫ້ເປັນຂະບວນການກວ້າງຂວາງ ເພື່ອແນໃສ່ເຮັດໃຫ້ຂະບວນການສ້າງກອງຕົວແບບ ແລະ ຂະບວນການສ້າງກອງວັດທະນະທໍາ-ນັກຮົບວັດທະນະທໍາຢູ່
ກອງພົນທີ 2 ໃຫ້ບັນລຸໄດ້ຕາມລະດັບຄາດໝາຍທີ່ໄດ້ວາງໄວ້.