ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສປ ຈີນ ​ໃຫ້ການ​ຊ່ວຍ​ເຫຼືອສ້າງ​ລະບົບ​ນ້ຳ ​ແລະ ​ໄຟຟ້າ​
ໃຫ້ກອງຮ້ອຍ 121 ຂອງ​ກອງ​ບັນຊາ​ການທະຫານ​ແຂວງ ບໍ່​ແກ້ວ


ພິທີເຊັນບົດບັນທຶກສັນຍາການຊ່ວຍເຫຼືອໂຄງການການກໍ່ສ້າງລະບົບນໍ້າ ແລະ ໄຟຟ້າ

     ໃນວັນທີ 18 ສິງຫາ ນີ້, ທີ່ສູນປະສານງານລາວ-ຈີນ ບ້ານ ມອມ ເມືອງ ຕົ້ນເຜີ້ງ ແຂວງ ບໍ່ແກ້ວ ໄດ້ຈັດພິທີເຊັນບົດບັນທຶກສັນຍາການຊ່ວຍເຫຼືອໂຄງການການກໍ່ສ້າງ
ລະບົບນໍ້າ ແລະ ໄຟຟ້າໃຫ້ກອງຮ້ອຍ 121 ຂອງກອງບັນຊາການຫານແຂວງ ບໍ່ແກ້ວ ເປັນກຽດເຊັນມອບໂດຍແມ່ນສະຫາຍ ພົນຕີ ຢວນຍະຜິ້ງ ຫົວໜ້າ ກອງບັນຊາການ
ຕຳຫຼວດລາດຕະເວນທາງນ້ຳແຂວງ ຢູນານ ສປ ຈີນ ແລະ ເຊັນຮັບຂອງສະຫາຍ ພັນເອກ ວິດອນ ພຸດດາວົງ ຮອງປະທານຜູ້ປະຈຳການຄະນະກຳມະການປ້ອງກັນຊາດ-ປ້ອງ
ກັນຄວາມສະຫງົບແຂວງ, ຫົວໜ້າ ການທະຫານກອງບັນຊາການທະຫານແຂວງ ບໍ່ແກ້ວ. ເຊິ່ງເນື້ອໃນຂອງບົດບັນທຶກສັນຍາຄັ້ງນີ້ ແມ່ນເພື່ອແກ້ໄຂຄວາມຫຍຸ້ງຍາກໃນ
ການນໍາໃຊ້ລະບົບນໍ້າ ແລະ ໄຟຟ້າ ຂອງກອງຮ້ອຍ 121 ດັ່ງນັ້ນທາງກອງບັນຊາການຕຳຫຼວດລາດຕະເວນທາງນໍ້າ ແຂວງ ຢູນານ ສປ ຈີນ ຈຶ່ງເຫັນໄດ້ຄວາມຈຳເປັນໃຫ້
ການຊ່ວຍເຫຼືອໃນການກໍ່ສ້າງຄັ້ງນີ້ ເນື້ອໃນການກໍ່ສ້າງຄື: ຕິດຕັ້ງໝໍ້ແປງໄຟທີ່ມີກໍາລັງແຮງ 50 KVA 1 ໜ່ວຍ, ຕິດຕັ້ງສາຍໄຟທີ່ມີກໍາລັງແຮງ 22 KV ທີ່ມີຄວາມຍາວ
3,8 Km ແລະ ສາຍໄຟທີ່ມີກໍາລັງແຮງ 400 V ມີ ຄວາມຍາວ 400 m, ຕິດຕັ້ງດອກໄຟພາຍໃນກອງຮ້ອຍ, ລາຍລະອຽດຂອງການກໍ່ສ້າງລະບົບນໍ້າມີເນື້ອໃນກໍ່ສ້າງອ່າງ
ເກັບນໍ້າທີ່ມີຄວາມສູງ 1.2 ແມັດ ມີຄວາມຍາວ 2,4 ແມັດ ຕໍ່ທໍ່ນໍ້າໄປກອງຮ້ອຍມີຄວາມຍາວ 5400 ແມັດ ລວມມູນຄ່າການກໍ່ສ້າງທັງໝົດ1.300.000 ຢວນ (ສະກຸນ
ເງິນຈີນ) ໂດຍມອບໃຫ້ທາງຝ່າຍລາວເປັນຜູ້ລົງມືກໍ່ສ້າງເອງ.