ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງຮຽນ ​​301 ປິດ​ຊຸດ​ອົບຮົມ​ກໍ່ສ້າງ​ນາຍ​ສິບ ຊຸດ​ທີ 10


ພິທີມອບ​ໃບ​ປະກາສະ​ນິຍະ​ບັດ

     ວັນທີ 22 ກໍລະກົດ 2020, ໂຮງຮຽນ 301 ໄດ້ຈັດພິທີປິດຊຸດອົບຮົມຫັດແອບກໍ່ສ້າງນາຍສິບ ສືບຂ່າວ ຊຸດທີ 10 ສົກຮຽນ 2019-2020 ຂຶ້ນຢ່າງເປັນທາງການ
ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ພົນຕີ ປອ ທອງວັນ ຈັນທະວົງ ເລຂາຄະນະພັກອົງການກົມ 213, ມີອຳນາດການປົກຄອງທ້ອງຖິ່ນ, ແຂກທີ່ຖືກເຊີນຈາກ
ກົມກອງອ້ອມຂ້າງ, ມີຄະນະພັກ-ຄະນະອໍານວຍການໂຮງຮຽນ 301 ພ້ອມດ້ວຍຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.

     ສະຫາຍ ພັນໂທ ແສງວິໄລ ອານຸໄຊ ຫົວໜ້າ ພະແນກອົບຮົມໂຮງຮຽນ 301 ໄດ້ຂຶ້ນຜ່ານບົດສະຫຼຸບການຮຽນການສອນຕາມຫຼັກສູດ 10 ເດືອນ, ການຫັດແອບ
ຮໍ່າຮຽນ ໃນຄັ້ງນີ້ສາມາດບັນລຸຄາດໝາຍດ້ວຍຄຸນນະພາບສູງ, ເຊິ່ງມັນສະແດງອອກພາກການເມືອງຂັ້ນເກັ່ງ 107 ສະຫາຍ ເທົ່າກັບ 53,76%, ຂັ້ນດີ 92 ສະຫາຍ
ເທົ່າກັບ 46,23%, ພາກວິຊາລວມ ຂັ້ນເກັ່ງ 133 ສະຫາຍ ເທົ່າກັບ 66,83%, ຂັ້ນດີ 66 ສະຫາຍ ເທົ່າກັບ 33,16%, ພາກວິຊາສິລະປະຍຸດ ຂັ້ນເກັ່ງ 153 ສະຫາຍ
ເທົ່າກັບ 76,88%, ຂັ້ນດີ 49 ສະຫາຍ ເທົ່າກັບ 24,62%, ພາກວິຊາຍຸດທະວິທີ ຂັ້ນເກັ່ງ 118 ສະຫາຍ ເທົ່າກັບ 59,29%, ຂັ້ນດີ 81 ສະຫາຍ ເທົ່າກັບ 40,77%.
ນອກຈາກນັ້ນຍັງມີນັກຮຽນດີຮຽນເກັ່ງປະຕິບັດລະບຽບວິໃນໄດ້ດີມີ 8 ສະຫາຍ ໃນພິທີຍັງໄດ້ມອບໃບປະກາດຈົບການຮຽນໄລຍະ 10 ເດືອນ ໃຫ້ນັກຮຽນ.