ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໜ່ວຍພັກທີ 1 ຫ້ອງເຕັກນິກ ທະຫານແຂວງຊຽງຂວາງ ເປີດກອງປະຊຸມໃຫຍ່ຄັ້ງທີ 1 ຂອງຕົນ


ສະຫາຍ ພັນໂທ ພິມພາ ພິມດາວັນ ເປັນປະທານເປີດກອງປະຊຸມຂອງໜ່ວຍພັກທີ 1 ຫ້ອງເຕັກນິກ

     ໜ່ວຍພັກທີ 1 ຫ້ອງເຕັກນິກ ທະຫານແຂວງຊຽງຂວາງ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ 1 ຂອງຕົນຫວ່າງບໍ່ດົນມານີ້ ໂດຍການເປັນປະທານຂອງສະຫາຍ ພັນໂທ ພິມ
ພາ ພິມດາວັນ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າຫ້ອງເຕັກນິກ, ມີຄະນະພັກ-ຄະນະບັນຊາພ້ອມດ້ວຍພະນັກງານສະມາຊິກພັກສົມບູນສຳຮອງເຂົ້າຮ່ວມ.

     ສະຫາຍ ພັນໂທ ບົວລາ ທຸມມະວົງ ເລຂາໜ່ວຍພັກທີ 1 ໄດ້ຂຶ້ນຜ່ານບົດລາຍງານການເມືອງທັງສອງພາກໂດຍໄດ້ຊີ້ໃຫ້ເຫັນວ່າ: ເພື່ອຮັບປະກັນໃຫ້ແກ່ຫ້ອງເຕັກນິກ
ມີຜົນສຳເລັດຕາມການມອບໝາຍ ຄະນະໜ່ວຍພັກໄດ້ເປັນເຈົ້າການເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ແກ່ພະນັກງານ-ນັກຮົບ ຂອງຕົນເປັນປົກກະຕິ,
ເປັນເຈົ້າການຕັ້ງໜ້າປັບປຸງກໍ່ສ້າງພະນັກງານ-ສະມາຊິກພັກໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນທາງດ້ານການຈັດຕັ້ງ ໂດຍຖື 5 ຫຼັກການ 3 ທິດນຳຂອງພັກເປັນໄມ້ຫຼາວັດ
ແທກຄຸນທາດການເມືອງຂອງຕົນ, ຕິດພັນກັບໜ້າທີ່ວຽກງານວິຊາສະເພາະ ໄດ້ສ້ອມແປງລົດໃຫ້ບັນດາກົມກອງໄດ້ 225 ຄັນ, ເຮັດໃບຂັບຂີ່ໃຫ້ພະນັກງານທົ່ວກຳລັງທ້ອງ
ຖິ່ນໄດ້ 120 ໃບ, ເປີດອົບຮົມປະຈຳປີໃຫ້ພະນັກງານຫ້ອງເຕັກນິກໄດ້ 2 ຊຸດ, ລົງກວດກາເກັບກຳສະຖິຕິພາຫະນະອາວຸດ-ຍຸດໂທປະກອນທົ່ວກຳລັງທ້ອງຖິ່ນໄດ້ 2 ຄັ້ງ,
ຜ່ານການຈັດຕັ້ງປະຕິບັດໜ້າທີ່ວຽກງານຕະຫຼອດໄລຍະ 3 ປີຜ່ານມາ ຈິ່ງສາມາດຄັດເລືອກໄດ້ສະມາຊິກພັກແຂງທັງໝົດ 43 ສະຫາຍ, ກາງ 10 ສະຫາຍ, ເລື່ອນສະມາ
ຊິກພັກສຳຮອງຂຶ້ນສົມບູນ 10 ສະຫາຍ, ຂະຫຍາຍມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງໄດ້ 4 ສະຫາຍ, ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກຄະນະໜ່ວຍ
ພັກຊຸດໃໝ່ໄດ້ຕາມເປົ້າໝາຍ.