ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

1 ປີຜ່ານມາ ໜ່ວຍສະຫະພັນແມ່ຍິງກອງຜະລິດກະສິກຳ ເລກ II ຍາດ​ໄດ້ຜົນ​ງານ​ພົ້ນ​ເດັ່ນ​ຫຼາຍ​ດ້ານ


ສະຫາຍ ຮ້ອຍເອກ ນາງ ພອນທິບ ສາລິຍາ ຫົວໜ້າ ໜ່ວຍສະຫະພັນແມ່ຍິງກອງຜະລິດກະສິກຳເລກ II

     ເບິ່ງຄືນການເຄື່ອນໄຫວວຽກງານຂອງອົງການຈັດຕັ້ງສະຫະພັນແມ່ຍິງ ກອງຜະລິດກະສິກຳເລກ II ໃນໄລຍະ 1 ປີຜ່ານມາ, ເຫັນວ່າຄະນະໜ່ວຍສະຫະພັນແມ່ຍິງ
ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາສະມາຊິກແມ່ຍິງ ເຄື່ອນໄຫວວຽກງານຕາມພາລະບົດບາດຂອງຕົນ ປິ່ນອ້ອມເນື້ອໃນຂໍ້ແຂ່ງຂັນ 3 ດີ ກໍຄື: ໜ້າທີ່ການເມືອງຂອງກົມກອງ ໂດຍ
ລວມແລ້ວເຫັນວ່າສະມາຊິກແມ່ຍິງ ມີຄວາມຫ້າວຫັນເຮັດສໍາເລັດໜ້າທີ່ວິຊາສະເພາະຂອງຕົນເປັນຢ່າງດີ ແລະ ຂົງເຂດວຽກງານອື່ນໆ ກໍໄດ້ຮັບການຈັດຕັ້ງປະຕິບັດຍາດ
ໄດ້ຜົນງານພົ້ນເດັ່ນ ຫຼາຍດ້ານ.

     ສະຫາຍ ຮ້ອຍເອກ ນາງ ພອນທິບ ສາລິຍາ ຫົວໜ້າ ໜ່ວຍສະຫະພັນແມ່ຍິງ ກອງຜະລິດກະສິກຳ ເລກ II ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສຶພິມກອງທັບວ່າ: ໃນໄລຍະ
ຜ່ານມາ, ຄະນະໜ່ວຍພວກເຮົາໄດ້ສົມທົບກັບຄະນະພັກ-ຄະນະບັນຊາກົມກອງເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກແມ່ຍິງ ຢ່າງຕໍ່ເນື່ອງດ້ວຍການ
ດຳເນີນຊີວິດການເມືອງຂັ້ນຈຸ, ຂັ້ນໜ່ວຍເປັນປະຈໍາທຸກເດືອນ ເພື່ອສໍາຫຼວດຕີລາຄາດ້ານດີ ແລະ ບັນຫາທີ່ຍັງຄົງຄ້າງ, ຕໍານິກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ພ້ອມທັງ
ໄດ້ຈັດຕັ້ງເອື້ອຍນ້ອງແມ່ຍິງເຂົ້າຮ່ວມຮັບຟັງການເລົ່າມູນເຊື້ອວັນສໍາຄັນຕ່າງໆຂອງພັກ, ຂອງຊາດ ແລະ ຂອງກອງ ທັບ ຈໍານວນ 8 ຄັ້ງ, ຮັບຟັງການເຜີຍແຜ່ມະຕິຕ່າງໆ
ຂອງຂັ້ນເທິງ 3 ຄັ້ງ, ເຂົ້າຮ່ວມກອງປະຊຸມຕ່າງໆນໍາພະແນກແມ່ຍິງກົມໃຫຍ່ພະລາທິການ 14 ຄັ້ງ, ອັນໄດ້ເຮັດໃຫ້ສະມາຊິກແມ່ຍິງມີຄວາມອຸ່ນອຽນທຸ່ນທ່ຽງ, ຮັກສາໄດ້
ລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ, ມີຄວາມຫ້າວຫັນ ເຮັດສໍາເລັດໜ້າທີ່ວິຊາສະເພາະຂອງຕົນເປັນຢ່າງດີ, ເປັນຕົ້ນແມ່ນໄດ້ຮັບປະກັນການເບີກຈ່າຍເງິນເດືອນ ໄດ້
ເປັນປົກກະຕິ, ຮັບ-ສົ່ງເອກະສານຂາເຂົ້າ-ຂາອອກ 400 ກວ່າສະບັບ, ຮັບແຂກ, ແຕ່ງກິນຮັບໃຊ້ໃຫ້ແກ່ກົມກອງ 35 ຄັ້ງ, ຮັບປະກັນໃນການເກືອໄກ່ ແລະ ເກັບໄຂ່ໄກ່ ວັນ
ລະ 2 ຄັ້ງ, ມີ 2 ແຮງງານ, ຮັບປະກັນລ້ຽງສັດຢູ່ບ້ານຖໍ້າຈໍານວນ 4 ສະຫາຍ, ເອື້ອຍນ້ອງແມ່ຍິງຈໍານວນ 18 ສະຫາຍ ໄດ້ຮັບຜິດຊອບ ປູກຜັກ, ຂາຍຜັກ, ໃສ່ຝຸ່ນ, ປັບປຸງ
ໜານຜັກ ເຮັດເປັນປະຈໍາທຸກມື້ເພື່ອຮັບປະກັນການສະໜອງພືດຜັກໃຫ້ແກ່ກົມກອງເປັນປົກກະຕິ, ນອກຈາກໄດ້ເຮັດສໍາເລັດໜ້າທີ່ວິຊາສະເພາະຕາມການມອບໝາຍແລ້ວ
ສະມາຊິກແມ່ຍິງຍັງໄດ້ເອົາໃຈໃສ່ປັບປຸງພັດທະນາຕົນເອງ ດ້ວຍການໄປຍົກລະດັບດ້ານວິຊາສະເພາະໃຫ້ນັບມື້ສູງຂຶ້ນ ແລະ ໄດ້ຮັບການບັນຈຸເຂົ້າໃນການນໍາພາ-ບັນຊາ
ຂັ້ນຕ່າງໆ ຕາມລະດັບຄວາມຮູ້ຄວາມສາມາດຂອງແຕ່ລະສະຫາຍ, ພ້ອມກັນນັ້ນ, ຄະນະໜ່ວຍສະຫະພັນແມ່ຍິງຍັງໄດ້ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກຂອງຕົນ
ໃຫ້ສອດຄ່ອງ ແລະ ມີຄວາມເປັນເອກະພາບກັນໃນທຸກວຽກງານ, ດ້ານວຽກງານນະໂຍບາຍຄະນະໜ່ວຍພວກເຮົາ ໄດ້ຖືເປັນ ວຽກງານໜຶ່ງທີ່ສໍາຄັນ ໂດຍໄດ້ຈັດຕັ້ງນໍາພາ
ເອື້ອຍນ້ອງໄປຢ້ຽມຢາມສະມາຊິກແມ່ຍິງໃນເວລາເຈັບເປັນ, ເກີດລູກ ແລະ ຢ້ຽມຢາມຄອບຄົວ, ພໍ່ແມ່ຂອງສະມາຊິກແມ່ຍິງ ລວມທັງໝົດ 23 ຄັ້ງ, ໄດ້ປະຕິບັດເງິນນະ
ໂຍບາຍ ລວມທັງໝົດ 6 ລ້ານກວ່າກີບ ແລະ ໄດ້ຈັດຕັ້ງສະມາຊິກແມ່ຍິງໄປຊ່ວຍເຫຼືອຄອບຄົວທີ່ພົບ ຄວາມຫຍຸ້ງຍາກ, ເຮືອນບຸນ, ງານດອງ ລວມທັງໝົດ 4 ຄັ້ງ. ສະ
ຫາຍຍັງໄດ້ກ່າວຕື່ມວ່າ: ນອກຈາກວຽກງານດັ່ງທີ່ກ່າວມານັ້ນ, ຄະນະໜ່ວຍສະຫະພັນແມ່ຍິງພວກເຮົາຍັງໄດ້ເອົາໃຈໃສ່ຕໍ່ການສ້າງລາຍຮັບເຂົ້າຄັງລວມ ຂອງໜ່ວຍດ້ວຍ
ການຂາຍເຄື່ອງຍ່ອຍ ແລະ ຂາຍປາໜອງລວມ ຂອງຊາວໜຸ່ມ-ແມ່ຍິງ ທີ່ກົມກອງແບ່ງໃຫ້ໂດຍສັງລວມແລ້ວໃນປີ 2019 ຜ່ານມາ ສາມາດສ້າງລາຍຮັບເຂົ້າຄັງລວມໄດ້
ເກືອບ 5 ລ້ານກີບ, ພ້ອມກັນນັ້ນ, ກໍໄດ້ປຸກລະດົມ, ຊຸກຍູ້ສະມາຊິກແມ່ຍິງໃຫ້ເອົາໃຈໃສ່ປະຕິບັດຕາມທິດນໍາເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍ
ຕົນເອງ ໂດຍອີງໃສ່ເງື່ອນໄຂທ່າແຮງບົ່ມຊ້ອມຂອງກົມກອງກໍຄື: ຄອບຄົວເປັນຫຼັກ, ສະມາຊິກແມ່ຍິງແຕ່ລະສະຫາຍ ນອກຈາກໄດ້ສ້າງລາຍຮັບໃຫ້ລວມໝູ່ແລ້ວ ຍັງໄດ້
ຕັ້ງໜ້າສ້າງເສດຖະກິດຄອບຄົວດ້ວຍການປູກຝັງ-ລ້ຽງສັດ, ຕໍ່າຫູກ ແລະ ທຸລະກິດທີ່ຖືກຕ້ອງຕາມກົດໝາຍເຮັດໃຫ້ຊີວິດການເປັນຢູ່ຂອງແຕ່ລະຄອບຄົວໄດ້ຮັບການປັບ
ປຸງດີຂຶ້ນເທື່ອລະກ້າວ.

     ຜ່ານພຶດຕິກຳການເຄື່ອນໄຫວວຽກງານຕົວຈິງໃນໄລຍະ 1 ປີ ຜ່ານມາ, ສາມາດຕີລາຄາ ແລະ ຄັດເລືອກໄດ້ສະມາຊິກແມ່ຍິງ 3 ດີ ປະເພດ I ຈໍານວນ 26 ສະຫາຍ
ໃນຈໍານວນສະມາຊິກແມ່ຍິງທັງໝົດ 36 ສະຫາຍ, ປະເພດ II ມີ 1 ສະຫາຍ, ສະມາຊິກແມ່ຍິງດີ ເດັ່ນດ້ານວິຊາການມີ 6 ສະຫາຍ, ຄອບຄົວຕົວແບບດ້ານການສ້າງເສດ
ຖະກິດ 3 ຄອບຄົວ, ເປັນພົນລະເມືອງດີເກືອບ 100%, ພັດທະນາດີກວມເອົາ 87,1% ແລະ ເປັນຄອບຄົວດີ 100%.