ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບໍລິສັດ​ບຸນ​ໂຮມ​ຊ່ວຍ​ເຫຼືອປັບປຸງ​ກໍ່ສ້າງ ກອງບັນຊາການທະຫານແຂວງໄຊສົມບູນ


ພິທີ​ມອບ-ຮັບ​ເງີ​ນລະ​ຫວ່າງບໍລິສັດບຸນໂຮມ ​ແລະ ກອງ​ບັນຊາ​ການ​ທະຫານ​ແຂວງ ​ໄຊສົມບູນ

     ໃນວັນທີ 20 ມິຖຸນາ 2019 ນີ້, ຢູ່ຫ້ອງຮັບແຂກກອງບັນຊາການທະຫານແຂວງໄຊສົມບູນ ທ່ານ ກົງທອງ ອ້ວນອຸດົມ ຕາງໜ້າບໍລິສັດບຸນໂຮມໄດ້ມອບເງິນຈຳ
ນວນ 600 ລ້ານກວ່າກີບ, ໃນການປັບປຸງກໍ່ສ້າງພື້ນຖານ ໂດຍໂຄງສ້າງກອງບັນຊາການທະຫານແຂວງໄຊສົມບູນ ເຊິ່ງຮັບໂດຍສະຫາຍ ພັນເອກ ຄຳອິ້ງ ກິ່ງແກ້ວ ຮອງ
ເລຂາຄະນະພັກຫົວໜ້າການທະຫານ ມີຄະນະພັກ-ຄະນະບັນຊາອົງການ 5 ຫ້ອງເຂົ້າຮ່ວມ.

     ໂອກາດນີ້, ຫົວໜ້າການທະຫານກອງບັນຊາການທະຫານແຂວງໄຊສົມບູນ ກໍໄດ້ສະແດງຄວາມຂອບໃຈ ແລະ ຄວາມຮູ້ບຸນຄຸນຢ່າງສູງມາຍັງທ່ານ ກົງທອງ ອ້ວນອຸ
ດົມ ຕະຫຼອດຮອດພະນັກງານບໍລິສັດດັ່ງກ່າວທີ່ໄດ້ປະກອບສ່ວນຊ່ວຍເຫຼືອໃນຄັ້ງນີ້ ແລະ ໃຫ້ຄຳໝັ້ນສັນຍາວ່າຈະນຳເອົາທຶນຈຳນວນດັ່ງກ່າວໄປໝູນໃຊ້ເຂົ້າໃນການບູ
ລະນະກໍ່ສ້າງກົມກອງໃຫ້ມີການພັດທະນາດີຂຶ້ນ ເພື່ອສ້າງປັດໄຈເອື້ອຍອຳນວຍແກ່ການປະຕິບັດໜ້າທີ່ວຽກງານລວມຂອງຕົນໃນການປົກປັກຮັກສາ ແລະ ສ້າງສາພັດທະ
ນາປະເທດຊາດເວົ້າສະເພາະສ້າງສາພັດທະນາໃຫ້ແຂວງໄຊສົມບູນມີຄວາມສະຫງົບຈະເລີນກ້າວໜ້າທຽບທັນກັບແຂວງອື່ນ ຫຼັງຈາກນັ້ນທ່ານຍັງໄດ້ມອບໃບຍ້ອງຍໍທ່ານ
ເຈົ້າແຂວງໄຊສົມບູນ ເພື່ອເປັນການສະແດງຄວາມຮູ້ບຸນຄຸນອີກດ້ວຍ.