ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ​ກະຕຸກ​ນ້ຳ​ໃຫ້​ກອງຮ້ອຍ​ທະຫານ​ຊາຍ​ແດນ 134


     ໃນວັນທີ 18 ກຸມພາ 2020 ນີ້, ພະແນກຊາຍແດນທະຫານແຂວງ ຫຼວງນໍ້າທາ ໄດ້ນໍາເອົາ ກະຕຸກໃສ່ນໍ້າ ຈໍານວນ 50 ຕຸກ ມາມອບໃຫ້ກອງຮ້ອຍທະຫານຊາຍແດນ
134, ເຊິ່ງມອບໂດຍ ສະຫາຍ ພັນໂທ ນ້ອຍຈ໋າຍ ລໍຫວັນຕູບ ຫົວໜ້າ ພະແນກຊາຍແດນທະຫານແຂວງ. ໂດຍມີສະຫາຍ ພັນໂທ ຄໍາເຫຼັກ ສາຍຄໍາພວນ ຄະນະປະຈໍາພັກ
ກອງບັນຊາການ, ຫົວໜ້າ ຫ້ອງການເມືອງ, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບສອງອົງການຈັດຕັ້ງຊາວໜຸ່ມແມ່ຍິງເຂົ້າຮ່ວມເປັນສັກຂີພະຍານ.

     ຈຸດປະສົງໃນການມອບກະຕຸກໃສ່ນໍ້າໃຫ້ກອງຮ້ອຍທະຫານຊາຍແດນ 134 ໃນຄັ້ງນີ້. ກໍຍ້ອນສະພາບອາກາດໃນປີນີ້ມີການປ່ຽນແປງອາກາດຮ້ອນ, ຝົນບໍ່ຕົກເຮັດໃຫ້
ຫ້ວຍນໍ້າບົກແຫ້ງ, ນໍ້າດື່ມນໍ້າໃຊ້ບໍ່ພຽງພໍ. ສະນັ້ນ ຈຶ່ງໄດ້ມອບກະຕຸກໃສ່ນໍ້າຈໍານວນດັ່ງກ່າວ ເພື່ອນໍາໄປບັນຈຸເກັບນໍ້າໄວ້ໃຊ້ໃຫ້ພຽງພໍ, ຮັບປະກັນໃຫ້ພະນັກງານ-ນັກຮົບ
ທີ່ປະຕິບັດໜ້າທີ່ມີນໍ້າດື່ມນໍ້າໃຊ້ ແລະ ກຽມພ້ອມປະຕິບັດໜ້າທີ່ວຽກງານ, ຮັບປະກັນໃຫ້ມີຄວາມສະຫງົບປອດໄພ.

     ໂອກາດດັ່ງກ່າວ ຄະນະພັກ- ຄະນະບັນຊາກອງຮ້ອຍທະຫານຊາຍແດນ 134 ກໍໄດ້ສະແດງ ຄວາມຂອບໃຈຕໍ່ພະແນກຊາຍແດນ ກໍຄືຄະນະພັກ-ຄະນະບັນຊາກອງ
ບັນຊາການທະຫານແຂວງ ທີ່ໄດ້ນໍາເອົາຕຸກນໍ້າມາມອບໃຫ້ໃນຄັ້ງນີ້ ແລະ ໃຫ້ຄໍາໜັ້ນສັນຍາວ່າ: ຈະນໍາເອົາກະຕຸກໃສ່ນໍ້າດັ່ງກ່າວ ໄປໝູນໃຊ້ເຂົ້າໃນວຽກງານລວມໃຫ້
ເກີດຜົນ.