ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າການທະຫານກອງພັນໃຫຍ່ 11 ກວດກາ​ການກະກຽມຄວາມພ້ອມສະໜາມຊ້ອມ​ຮົບ


ສະຫາຍ ພັນເອກ ກົງທອງ ສຸຂະວົງ ກວດກາ​ການກະກຽມຄວາມພ້ອມສະໜາມຊ້ອມ​ຮົບ

     ໃນກາງເດືອນ ຕຸລາ ທີ່ຜ່ານມາ ຢູ່ທີ່ສະໜາມຊ້ອມຮົບຂອງ ກອງພັນໃຫຍ່ 11 ສະຫາຍ ພັນເອກ ກົງທອງ ສຸຂະວົງ ເລຂາຄະນະພັກ, ຫົວໜ້າ ການທະຫານກອງພັນ
ໃຫຍ່ 11 ໄດ້ນຳ ພາຄະນະກວດກາການກະກຽມຄວາມພ້ອມ ແລະ ຄວາມຮັບປະກັນຂອງສະໜາມຊ້ອມຮົບທີ່ນຳໃຊ້ເຂົ້າໃນການຫັດແອບພາກປະຕິບັດຕົວຈິງ.

     ໂອກາດດັ່ງກ່າວ ສະຫາຍ ຫົວໜ້າກອງພັນໃຫຍ່ 11 ໄດ້ນຳພາຄະນະກວດກາວຽກງານກໍ່ສ້າງສະໜາມ, ຂຸດຂຸມຄອງຈັດວາງພາຫະນະກັບກຳລັງພົນຕາມຈຸດທີ່ໄດ້
ກຳນົດທີ່ຈະປະສານສົມທົບການຍິງດ້ວຍລູກປືນແທ້ ໃຫ້ມີຄວາມຮັບປະກັນ 100% ພ້ອມທັງເນັ້ນໜັກມາຍັງຄະນະພັກ-ຄະນະບັນຊາ ແຕ່ລະກົມກອງກໍຄື: ຜູ້ບັນຊາຊີ້ນຳ
ລວມໃນພາກສະໜາມຕົວຈິງໃນການຊີ້ນຳ-ນຳພາກຳລັງເຮັດວຽກງານການກະກຽມໃນຄັ້ງນີ້ຈົ່ງເອົາໃຈໃສ່ເພີ່ມທະວີຄວາມຮັບຜິດຊອບ, ມີຄວາມຕັດສິນໃຈສູງກ້າເຮັດ
ກ້າທຳກ້າສະແດງອອກ, ມີຄວາມເຊື່ອໝັ້ນຕໍ່ຕົນເອງເປັນເຈົ້າການ ໃນການຫັດແອບຢ່າງຈິງຈັງຕ້ອງຈັດວາງແຜນການ, ແຜນວຽກ, ແຜນຄົນ ແລະ ວັດຖຸຮັບໃຊ້ເຂົ້າໃນ
ວຽກງານຕົວຈິງເອົາໃຈໃສ່ສ່ອງແສງລາຍງານໃນແຕ່ລະວັນ ເພື່ອຊອກຫາຂໍ້ຄົງຄ້າງ ແລະ ພ້ອມກັນມາດັດແປງແກ້ໄຂຢ່າງຮີບດ່ວນເອົາໃຈໃສ່ລົງໃກ້ຊິດຕິດແທດຊີ້ນຳ-ນຳ
ພາສຶກສາອົບຮົມການເມືອງນຳພາແນວຄິດເປັນກົກໃຫ້ພະນັກງານ-ນັກຮົບມີຄວາຮັບຜິດຊອບຕໍ່ໜ້າທີ່ໆໄດ້ຮັບມອບໝາຍ ເພື່ອເຮັດໃຫ້ການກະກຽມໃຫ້ແກ່ການຊ້ອມ
ຮົບປະຈຳປີ 2019 ຂອງກອງພັນໃຫຍ່ 11 ມີຜົນສຳເລັດຢ່າງສູງ.