ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນໃຫຍ່ 642 ເປີດຂະບວນການແຂ່ງຂັນກີລາມວນຊົນ


ພິທີ​ເປີດຂະບວນການແຂ່ງຂັນກິລາຂອງ ກອງພັນໃຫຍ່ 642

     ໃນຕອນເຊົ້າວັນທີ 17 ກໍລະກົດ 2019 ຜ່ານມານີ້, ກອງພັນໃຫຍ່ 642 ໄດ້ເປີດຂະບວນການແຂ່ງຂັນກີລາມວນຊົນຂຶ້ນ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກົມກອງ
ຂອງຕົນ ຄົບຮອບ 27 ປີ (07.09.1992-07.09.2019)ໂດຍການເປັນປະທານຂອງ ສະຫາຍ ພັນເອກ ແສງມະນີວອນ ຄຳມະນີ ເລຂາຄະນະພັກ ຫົວໜ້າການເມືອງ
ກອງພັນໃຫຍ່ 642, ມີບັນດາພະນັກງານການນຳຕະຫຼອດຮອດນັກກີລາແຕ່ລະທີມຈາກບັນດາໜ່ວຍຮາກຖານທີ່ຂຶ້ນກັບກົມກອງເຂົ້າຮ່ວມຢ່າງພ້ອມພຽງ.

     ໃນພິທີ ສະຫາຍ ພັນໂທ ສີນວນ ສັກຕິເດດ ຫົວໜ້າຂະແໜງອົບຮົມໄດ້ຂຶ້ນຜ່ານແຜນການແຂ່ງຂັນກີລາມວນຊົນ ເຊິ່ງປະກອບມີກີລາບານເຕະຊາວໝຸ່ມທົ່ວໄປ, ກີ
ລາບານສົ່ງຊາຍ-ຍິງທົ່ວໄປ ແລະ ກີລາເປຕັງແບ່ງເປັນ 2 ລຸ້ນກໍຄື: ລຸ້ນການນໍາ ແລະ ຊາວໝຸ່ມທົ່ວໄປ, ການແຂ່ງຂັນກີລາແຕ່ລະປະເພດແມ່ນພົວພັນໝົດ​ໃນ​ແຕ່ລະ​ທີ​ມ
ເພື່ອເລືອກເອົາທີມທີ່ມີຄະແນນສູງສຸດເຂົ້າຮອບ ແລະ ຊິງຊະນະເລີດໃນໂອກາດ ການແຂ່ງຂັນກີລາແມ່ນຈະໄດ້ອັດລົງໃນຕົ້ນເດືອນ ກັນຍາ ທີ່ຈະມາເຖີງນີ້.

     ໃນຕອນທ້າຍຍັງໄດ້ຮັບຟັງການໂອ້ລົມຈາກສະຫາຍຫົວໜ້າການເມືອງກອງພັນໃຫຍ່ ເຊິ່ງສະຫາຍໄດ້ຮຽກຮ້ອງ​ໃຫ້ນັກກີລາແຕ່ລະທີມທີ່ເຂົ້າຮ່ວມ ຈົ່ງແຂ່ງຂັນກັນ
ບົນພື້ນຖານໃຫ້ມີຄວາມສາມັກຄີຮັກແພງ, ຮູ້ໄດ້ຮູ້ເສຍມີນ້ຳໃຈນັກກີລາ, ເຄົາລົບກົດກະຕິກາຂອງກີລາແຕ່ລະປະເພດຢ່າງເຂັ້ມງວດ ເພື່ອແນໃສ່ເຮັດບັນຍາກາດ​ໃນວັນ
ສ້າງຕັ້ງກອງພັນໃຫຍ່ 642 ຄົບຮອບ 27 ປີ ໃນຕົ້ນເດືອນກັນຍາທີ່ຈະມາເຖິງນີ້ໃຫ້ມີຄວາມຄືກຄືນມ່ວນຊືນເຕັມໄປດ້ວຍຄວາມໝາຍ ແລະ ຄວາມສຳຄັນຢ່າງເລີກເຊິ່ງ.