ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະຕິບັດໜ້າທີ່ວຽກງານກໍ່​ດີເພີ່ມພູນຜະລິດຜົນກໍ່​ເດັ່ນ


ສະຫາຍ ສິບຕີ ສອນເພັດ ບຸນມາ

     ເມື່ອເວົ້າເຖິງພະນັກງານ-ນັກຮົບທີ່ດີເດັ່ນໃນການປະຕິບັດມະຕິຄຳສັ່ງ, ຂໍ້ກຳນົດກົດລະບຽບຂອງກອງທັບ ແລະ ປະຕິບັດໜ້າທີ່ວຽກງານທີ່ຂັ້ນເທິງ ກໍ
ຄືກົມກອງມອບໝາຍໃຫ້ແລ້ວ ຍັງມີຄວາມດຸໝັ່ນຂະຫຍັນພຽນໃນການອອກແຮງງານເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດ, ສ້າງແຫຼ່ງລາຍຮັບເຮັດ ໃຫ້ຊີ
ວິດການ ເປັນຢູ່ຂອງຕົນເອງດີຂຶ້ນເທື່ອລະກ້າວຕາມຄຳຂວັນທີ່ວ່າ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນນີ້, ກໍມີ ສະຫາຍ
ສິບຕີ ສອນເພັດ ບຸນມາ ແມ່ນຜູ້ໜຶ່ງທີ່ຍືນຢູ່ໃນແຖວໜ້າໝູ່ ເຊິ່ງເປັນທີ່ຍອມຮັບ ແລະ ໄດ້ຮັບຄຳຍ້ອງຍໍຊົມເຊີຍ ຈາກໝູ່ຄູ່ໃນກົມກອງຕະຫຼອດມາ, ສະ
ຫາຍ ສິບຕີ ສອນເພັດ ບຸນມາ ມີຖິ່ນຖານກຳເນີດຢູ່ ບ້ານ ຊຽງເງິນ ເມືອງຊຽງເງິນ ແຂວງຫຼວງພະບາງ ຍ້ອນມີຄວາມຮັກຊາດ, ຮັກບ້ານເກີດເມືອງນອນ
ແລະ ຢາກປະກອບສ່ວນຮັບໃຊ້ຊາດໃນຖັນແຖວກອງທັບ, ສະຫາຍ ໄດ້ສະໝັກໃຈເຂົ້າເປັນທະຫານໃນ ວັນທີ 27 ຕຸລາ 2017 ເຊິ່ງໄດ້ເຂົ້າສູນເຝິກອົບ
ຮົມຢູ່ ກອງພັນ 407 ກອງພົນທີ 3, ໄລຍະ 3 ເດືອນ ສະຫາຍ ກໍໄດ້ຖືກສັບຊ້ອນມາຢູ່ ກອງພັນ 416 ເປັນເວລາ 7 ເດືອນກວ່າ ຫຼັງຈາກນັ້ນ ສະຫາຍ ກໍ
ໄດ້ຖືກສັບຊ້ອນມາເປັນຕິດຕໍ່ຮັບໃຊ້ຫ້ອງການຢູ່ພະແນກບໍລິຫານ ກອງພັນໃຫຍ່ 302, ເມື່ອ ສະຫາຍ ໄດ້ຮັບກາມອບໝາຍໜ້າທີ່ໃຫ້ເປັນຕິດຕໍ່ໃນເບື້ອງ
ຕົ້ນ ເຖິງແມ່ນວ່າ ສະຫາຍ ຈະບໍ່ຊິນເຄີຍກັບການດຳລົງຊີວິດແບບລວມໝູ່ພາຍໃຕ້ລະບຽບວິໄນທີ່ເຂັ້ມງວດ ແລະ ຍັງບໍ່ໄດ້ໃກ້ຊິດຕິດແທດກັບຜູ້ບັນຊາ-
ອ້າຍນ້ອງ ດ້ວຍກັນເອງ ແລະ ຍັງບໍ່ເຄີຍມີປະສົບການໃນການຮັບໃຊ້ຫ້ອງການມາກ່ອນ, ຍັງບໍ່ທັນຮູ້ໜ້າທີ່ອັນລະອຽດຂອງຕົນເອງ, ແຕ່ຍ້ອນໄດ້ຮັບການຊີ້
ນຳມອບໝາຍໜ້າທີ່ວຽກງານອັນລະອຽດ ຄະນະພັກ-ຄະນະບັນຊາ, ພະແນກບໍລິຫານ, ບວກກັບຄວາມອົດທົນພະຍາຍາມ, ດຸໝັ່ນຂະຫຍັນພຽນຕັ້ງໜ້າ
ເຝິກຝົນຫຼໍ່ຫຼອມຕົນເອງ ໃນທຸກດ້ານເປັນຕົ້ນ ແມ່ນການປະຕິບັດຂໍ້ກຳນົດ 7 ລະບອບ 18 ວຽກໃນມື້ໜຶ່ງຂອງກອງທັບ, ມີຄວາມຮັບຜິດຊອບສູງຕໍ່ໜ້າ
ທີ່ວຽກງານ ທີ່ໄດ້ຮັບການມອບໝາຍ ແລະ ໄດ້ໃກ້ຊິດຕິດແທດກັບຜູ້ບັນຊາ ສິ່ງໃດທີ່ຕົນເອງບໍ່ທັນຮູ້ກໍໄດ້ຖາມໝູ່ຄູ່ຖາມຜູ້ບັນຊາທີ່ມີປະສົບການ, ຍ້ອນ
ແນວນັ້ນຈຶ່ງ ເຮັດໃຫ້ ສະຫາຍ ມີຄວາມຮູ້ ແລະ ຊິນເຄີຍກັບໜ້າທີ່ວຽກງານປະຈຳວັນຂອງຕົນເອງ, ເຮັດໃຫ້ການ ປະຕິບັດໜ້າວຽກງານນັບມື້ດີຂຶ້ນກວ່າ
ເກົ່າ, ຫຼັງຈາກທີ່ ສະຫາຍ ໄດ້ເຮັດໜ້າທີ່ວຽກງານຮັບໃຊ້ຫ້ອງການແລ້ວ ສະຫາຍ ຍັງໄດ້ຍາດເວລາວ່າງໃຫ້ເປັນປະໂຫຍດ ດ້ວຍການອອກແຮງງານເພີ່ມພູນ
ຜະລິດຜົນປູກຝັງ-ລ້ຽງສັດ ສ້າງແຫຼ່ງລາຍຮັບ ເຮັດໃຫ້ຊີວິດການເປັນຢູ່ຂອງຕົນເອງນັບມື້ດີຂຶ້ນ, ສະຫາຍ ສິບຕີ ສອນເພັດ ບຸນມາ ໄດ້ເປັນຕິດຕໍ່ຮັບໃຊ້ພະ
ແນກບໍລິຫານກອງພັນໃຫ່ຍ 302 ເປັນເວລາ 1 ປີ 7 ເດືອນ, ຫຼັງຈາກນັ້ນ ສະຫາຍກໍ ໄດ້ຖືກສັບຊ້ອນມາເປັນວິຊາການຊ່ວຍວຽກຢູ່ ພະແນກພະລາທິການ
ກອງພັນໃຫຍ່ 302 ຍາມໃດ ສະຫາຍກໍຕັ້ງໃຈເຝິກຝົນຫຼໍ່ຫຼ້ອມຕົນເອງໃນທຸກດ້ານ, ມີຄວາມບຸກບືນຕື່ນຕົວ ແລະ ມີຄວາມຮັບຜິດຊອບສູງໃນການປະຕິ
ບັດໜ້າທີ່ເຮັດວຽກງານຕົວຈິງຂອງກົມກອງ ທັງເຝິກແອບຮຳ່ຮຽນເປັນແບບຢ່າງໃນການປະຕິບັດຂໍ້ກຳນົດລະບຽບຕ່າງໆ ຂອງກອງທັບກໍຄືກົມກອງໄດ້ຢ່າງ
ເຂັ້ມງວດນອກນີ້ ສະຫາຍ ຍັງເປັນຜູ້ໜຶ່ງທີ່ຢືນຢູ່ແຖວໜ້າ ໃນການປະຕິບັດຕາມ 4 ປູກ 4 ລ້ຽງ ທີ່ກົມໃຫຍ່ພະລາທິການກອງທັບວາງອອກ ເຊິ່ງສະແດງ
ອອກ ໃນແຕ່ລະປີ ສະຫາຍໄດ້ປູກພືດຜັກຊະນິດຕ່າງໆ ສະໜອງເຂົ້າເຮືອນຄົວລວມໄດ້ 120 ກິໂລຕໍ່ປີ ແລະ ຂາຍສົ່ງຕາມທ້ອງ ຕະຫຼາດ 550 ກິໂລ, ລ້ຽງ
ໝູ, ສັດປີກສາມາດສ້າງລາຍຮັບຈາກການປູກຝັງ-ລ້ຽງສັດ ໄດ້ 12 ລ້ານກີບຕໍ່ປີ ເຊິ່ງເງິນດັ່ງກ່າວທີ່ໄດ້ມານັ້ນ ບວກກັບເງິນເດືອນໄດ້ຝາກໄວ້ໃນບັນຊີຢູ່ທະ
ນາຄານ ແລະ ຝາກໃຫ້ພໍ່ແມ່ທາງບ້ານໃຊ້ຈ່າຍ ພ້ອມທັງເກັບໄວ້ໃຊ້ຈ່າຍໃນເວລາຈຳເປັນອີກດ້ວຍ, ຈາກຜົນງານດັ່ງກ່າວນັ້ນ ສະຫາຍ ຈຶ່ງໄດ້ຮັບໃບຍ້ອງຍໍ
ຊາວໜຸ່ມ 4 ບຸກ 1 ໃບ ແລະ ໃບຍ້ອງຍໍປະເພດຕ່າງໆ ອີກຈຳນວນໜຶ່ງຢ່າງສົມກຽດ.

     ສະຫາຍ ຮ້ອຍເອກ ບຸນມີ ແກ້ວວິໄຊ ຮອງເລຂາຄະນະພັກຮາກຖານ ຮອງຫົວໜ້າພະແນກພະລາທິການ ກອງພັນໃຫຍ່ 302 ໃຫ້ຮູ້ວ່າ: ສະຫາຍ ສິບຕີ
ສອນເພັດ ບຸນມາ ນອກຈາກທີຈະປະຕິບັດຂໍ້ກຳນົດກົດລະບຽບ 7 ລະບອບ 18 ວຽກໃນມື້ໜຶ່ງຂອງກອງທັບ ໄດ້ຢ່າງເຂັ້ມງວດແລ້ວ ສະຫາຍ ຍັງມີຄວາມ
ຫ້າວຫັນໃນການປະຕິບັດໜ້າທີ່ວຽກງານຕາມມະຕິຄຳສັ່ງຂອງຜູ້ບັນຊາ, ໄດ້ມອບໝາຍວຽກງານໃຫ້ກໍເຮັດສຳເລັດຕາມແຜນການ, ພ້ອມນັ້ນ, ຍັງມີຄວາມ
ດຸໝັ່ນຂະຫຍັນພຽນອອກແຮງງານເພີ່ມພູນຜະລິດຜົນ ສາມາດຮັບປະກັນ ສ້າງແຫຼ່ງລາຍຮັບຈາກການປູກຝັງ-ລ້ຽງສັດ ເຮັດໃຫ້ຊີວິດການເປັນຢູ່ຂອງຜູ້ກ່ຽວ
ດີຂຶ້ນນອກນັ້ນ, ສະຫາຍ ຍັງເປັນຄົນທີມີຈິດໃຈກວ້າງຂວາງເພື່ອແຜ່ ແລະ ມີຄວາມສາມັກຄີຮັກແພງກັບໝູ່ເພື່ອນ, ການຈັດຕັ້ງໃນກົມກອງ, ມີຄວາມປະ
ຫຍັດມັດທະຫຍັດ, ບໍ່ຫຼິ້ນກິນຟຸມເຟືອຍ, ນິໄສ ໃຈຄໍສຸພາບອ່ອນໂຍນອີກດ້ວຍ. ຈາກຜົນງານອັນດີເດັ່ນທີ່ ສະຫາຍ ໄດ້ເຄື່ອນໄຫວມານັ້ນພັກ-ລັດ, ການ
ຈັດຕັ້ງຂັ້ນເທິງກໍຄືກົມກອງ ມີແຜນການຈະຊຸກຍູ້ສົ່ງເສີມໃຫ້ສະຫາຍໄປຍົກລະດັບ ທາງດ້ານວິຊາສະເພາະ ສ້າງເປັນພະນັກງານສືບທອດ ປ່ຽນແທນ ໃນອະ
ນາຄົດ.