ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະຊີ້ນໍາພັດທະນາ 3 ຈຸດສຸມແຂວງ ໄຊສົມບູນ
ມອບ​ເງີ​ນ​ໃຫ້​ແກ່​ກອງ​ບັນຊາ​ການ​ທະຫານ​ແຂວງ ​ໄຊ​ສົມບູນ


ສະຫາຍ ພົນຈັດຕະວາ ບົວໄລ ພົມມະວົງ ມອບ​ເງີ​ນ​ໃຫ້​ກອງບັນຊາການທະຫານແຂວງ ໄຊສົມບູນ

     ວັນທີ 15 ພະຈິກນີ້, ຄະນະຊີ້ນໍາພັດທະນາ 3 ຈຸດສຸມແຂວງ ໄຊສົມບູນ ໄດ້ນໍາເງິນຈໍານວນ 35 ລ້ານກີບ. ໄປມອບໃຫ້ໜ່ວຍສິລະປະ-ວັນນະຄະດີສະໝັກຫຼີ້ນກອງ
ບັນຊາການທະຫານແຂວງ ໄຊສົມບູນ ໂດຍການກ່າວມອບຂອງ ສະຫາຍ ພົນຈັດຕະວາ ບົວໄລ ພົມມະວົງ ຫົວໜ້າ ກົມກໍ່ສ້າງຮາກຖານກົມໃຫຍ່ການເມືອງກອງທັບ ຄະ
ນະຊີ້ນໍາພັດທະນາ 3 ຈຸດສຸມແຂວງ ໄຊສົມບູນ.

     ກ່າວຮັບໂດຍແມ່ນ ສະຫາຍ ພັນເອກ ຈັນທີ ວັນລາວົງ ຫົວໜ້າ ການເມືອງກອງບັນຊາການທະ ຫານແຂວງ ໄຊສົມບູນ ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ຄະນະ
ຊີ້ນໍາພັດທະນາ 3 ຈຸດສຸມ ແຂວງ ໄຊສົມບູນ ກໍຄື: ສະຫາຍ ພົນຈັດຕະວາ ບົວໄລ ພົມມະວົງ ທີ່ນໍາເງິນມາມອບໃຫ້ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນເຂົ້າໃນການພັດ
ທະນາໜ່ວຍສິລະປະ-ວັນນະຄະດີຂອງກອງບັນຊາການທະຫານແຂວງ ໄຊບູນ ເພື່ອຈະໄດ້ນຳເອົາເງິນດັ່ງກ່າວໄປຊື້ອຸປະກອນຮັບໃຊ້ເຂົ້າໃນວຽກງານດັ່ງກ່າວໃຫ້ມີຄວາມ
ສວຍງາມ ແລະ ສົມບູນແບບ ເພື່ອຮັບໃຊ້ພາຍໃນກົມກອງ ແລະ ທັງໃຫ້ຄໍາໝັ້ນສັນຍາວ່າຈະນໍາເອົາເງິນຈໍານວນດັ່ງກ່າວໄປໝູນໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ.