ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບໃບຢັ້ງຢືນຈົບຫຼັກສູດການຮຽນ-ການສອນ ພາສາ ຈີນ ແລະ ເຕັກນິກກົນຈັກ


ພິທີມອບໃບຢັ້ງຢືນຈົບຫຼັກສູດການຮຽນ-ການສອນ ພາສາ ຈີນ ແລະ ເຕັກນິກກົນຈັກ

     ໃນວັນທີ 13 ຕຸລາ 2020 ນີ້, ສະຖາບັນຂົງຈື ມະຫາວິທະຍາໄລ ສຸພານຸວົງ ຮ່ວມກັບໂຮງງານປະສານເຫຼົ່າຫຼວງພະບາງ ໄດ້ມອບໃບຢັ້ງຢືນຈົບຫຼັກສູດການຮຽນ-ການ
ສອນ " ພາສາ ຈີນ ແລະ ເຕັກນິກກົນຈັກ " ໃຫ້ພະນັກງານຫຼັກແຫຼ່ງຢູ່ໂຮງງານປະສານເຫຼົ່າຫຼວງພະບາງ, ໂດຍການເຂົ້າຮ່ວມຂອງສະຫາຍ ຮອງສາດສະດາຈານ ປທ ວິໄຊ
ຈັນສະຫວ່າງ ອະທິການບໍດີມະຫາວິທະຍາໄລ ສຸພານຸວົງ, ມີສະຫາຍ ພັນເອກ ເພັດລະຄອນ ມະນີຈັນ ເລຂາຄະນະພັກຮາກຖານ ອຳນວຍການໂຮງງານປະສານເຫຼົ່າຫຼວງພະ
ບາງ, ມີທ່ານ ຈ່າງ ມິງຫຸ ອຳນວຍການສະຖາບັນຂົງຈື ຝ່າຍຈີນ ແລະ ສະຫາຍ ປອ ນາງ ສຸດທິດາ ຮຸ່ງແສງຟ້າ ອຳນວຍການສະຖາບັນຂົງຈື ຝ່າຍລາວ, ມີຄະນະພັກ-ຄະນະ
ອຳນວຍການ ພ້ອມດ້ວຍພະນັກງານທັງສອງຝ່າຍ ແລະ ຜູ້ທີ່ໄດ້ຮັບໃບຢັ້ງຢືນເຂົ້າຮ່ວມ.

     ສະຫາຍ ປຕ ອຸນ໋ອກ ອຳໄພທິບ ຮອງຫົວໜ້າ ພະແນກວິຊາການສະຖາບັນຂົງຈື ມະຫາວິທະຍາໄລ ສຸພານຸວົງ ໄດ້ຜ່ານບົດສະຫຼຸບໂດຍຫຍໍ້ໃນການຈັດຕັ້ງປະຕິບັດການ
ຮຽນ-ການສອນ " ພາສາຈີນ ແລະ ເຕັກນິກກົນຈັກ "ໃນຄັ້ງນີ້ວ່າ: ການຮ່ວມມືກັນລະຫວ່າງສະຖາບັນຂົງຈື ມະຫາວິທະຍາໄລ ສຸພານຸວົງ ກັບໂຮງງານປະສານເຫຼົ່າຫຼວງພະ
ບາງ ໂດຍປະຕິບັດຕາມຫຼັກສູດການຮຽນ-ການສອນຂອງສະຖາບັນຂົງຈື ມະຫາວິທະຍາໄລ ສຸພານຸວົງ ທີ່ສະຖາບັນໄດ້ກຳນົດໄວ້ໃນສົກປີ 2019-2020 ນີ້, ມີຈຳນວນ 1
ຫ້ອງ, ມີນັກຮຽນທັງໝົດ 21 ສະຫາຍ, ຍິງ 1 ສະຫາຍ, ໄລຍະການຮຽນ-ການສອນໄດ້ເລີ່ມແຕ່ເດືອນ ຕຸລາ 2019 ຫາເດືອນ ຕຸລາ 2020 ລວມທັງໝົດ 570 ຊົ່ວໂມງ.
ຜ່ານການຮຽນ-ການສອນ ມາຮອດວັນທີ 13 ຕຸລາ 2020 ໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ.

     ສະຫາຍ ພັນເອກ ເພັດລະຄອນ ມະນີຈັນ ໄດ້ສະແດງຄວາມຂອບໃຈມາຍັງສະຖາບັນຂົງຈື ທີ່ໄດ້ໃຫ້ຄວາມຮ່ວມມື ແລະ ຊ່ວຍເຫຼືອໃນຫຼາຍໆດ້ານບໍ່ວ່າຈະເປັນທາງ
ດ້ານການຮຽນ-ການສອນ, ອຸປະກອນເຄື່ອງມືຕ່າງໆ ແລະ ຈະສືບຕໍ່ການຮ່ວມມືໄປເລື້ອຍໆ.

     ໂອກາດດັ່ງກ່າວ, ສະຫາຍ ຮອງສາດສະດາຈານ ປທ ວິໄຊ ຈັນສະຫວ່າງ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມວ່າ: ພາສາຕ່າງປະເທດ ໃນສັງຄົມຍຸກປັດຈຸບັນແມ່ນມີຄວາມ
ຈຳເປັນ ແລະ ມີຄວາມສຳຄັນຫຼາຍຕໍ່ກັບວຽກງານດ້ານຕ່າງໆໃນການສື່ສານຮ່ວມມືກັບຕ່າງປະເທດ ສະນັ້ນ, ຮຽກຮ້ອງໃຫ້ທຸກສະຫາຍຈົ່ງພ້ອມກັນ, ສາມັກຄີເປັນປຶກແຜ່ນ
ແໜ້ນໜາ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ກຳໄດ້ທິດສະດີຫຼັກການ ແລະ ນຳເອົາຄວາມຮູ້, ບົດຮຽນທີ່ໄດ້ຮໍ່າຮຽນມາໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ຢູ່ກົມກອງ
ໃຫ້ປະສົບຜົນສຳເລັດສູງ, ປະກອບສ່ວນຢ່າງຕັ້ງໜ້າໃນການພັດທະນາ ແລະ ສ້າງສາປະເທດຊາດ ກໍຄື ກົມກອງຂອງຕົນໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.