ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພະແນກສະຫະພັນແມ່ຍິງ ກອງພົນທີ 4 ໄດ້ລົງເຄື່ອນໄຫວ
ເກັບກຳຂໍ້ມູນກ່ຽວກັບ​ການ​ສ້າງ​ຄອບຄົວ​ຕົວ​ແບບ


ສະຫາຍ ພັນໂທ ພຸດທາ ສູນທອງແດງ ໄດ້ລົງເຄື່ອນໄຫເກັບກຳຂໍ້ມູນກ່ຽວກັບ​ການ​ສ້າງ​ຄອບຄົວ​ຕົວ​ແບບ

     ໃນລະຫວ່າງວັນທີ 2-7 ຕຸລາ 2019 ຜ່ານມານີ້, ພະແນກສະຫະພັນແມ່ຍິງກອງພົນທີ 4, ພ້ອມ ດ້ວຍເອື້ອຍນ້ອງສະຫະພັນແມ່ຍິງອົງການ 5 ຫ້ອງກອງພົນທີ 4 ໄດ້
ລົງເຄື່ອນໄຫວຢ້ຽມຢາມ ແລະ ເກັບກຳກວດກາຂໍ້ມູນການສ້າງເປັນຄອບຄົວຕົວແບບຢູ່ກອງພັນໃຫຍ່ 401, ກອງພັນນ້ອຍ 617 ແລະ ກອງຮ້ອຍເອກະລາດ 281. ເຊິ່ງ
ນຳໂດຍ: ສະຫາຍ ພັນໂທ ພຸດທາ ສູນທອງແດງ ຄະນະພັກ-ຄະນະຫ້ອງການເມືອງ ກອງພົນທີ 4, ໃຫ້ກຽດຕ້ອນຮັບຂອງ ຄະນະພັກ-ຄະນະບັນຊາ ແລະ ສະຫະພັນແມ່ຍິງ
ຂອງແຕ່ລະກົມກອງ.

     ໂອກາດດັ່ງກ່າວ ສະຫາຍ ຮ້ອຍເອກ ນາງ ລໍາເງິນ ດວງຊະລາດ ຮອງຫົວໜ້າພະແນກສະຫະພັນແມ່ຍິງ ກອງພົນທີ 4 ໄດ້ກ່າວຈຸດປະສົງຂອງການລົງເກັບກຳຂໍ້ມູນການ
ສ້າງຄອບຄົວຕົວແບບຢູ່ກົມກອງ ໂດຍອີງຕາມການສະເໜີ ແລະ ຕົກລົງເຫັນດີເປັນເອກະພາບຂອງ ຄະນະພັກ-ຄະນະບັນຊາ ແລະ ສະຫະພັນແມ່ຍິງຂອງແຕ່ລະກົມກອງ,
ເຊິ່ງເປັນການກະຕຸກຊຸກຍູ້, ທັງເປັນການຊອກຫາຄອບຄົວຕົວແບບ ເພື່ອນຳເອົາບົດຮຽນ, ແບບແຜນໃນການພັດທະນາເສດຖະກິດຄອບຄົວ ສ້າງໃຫ້ເປັນແບບຢ່າງໃນທົ່ວ
ຖັນແຖວພະນັກງານ-ນັກຮົບໃນທົ່ວກົມກອງ. ຈາກນັ້ນບັນດາຄອບຄົວທີ່ຖືກຄັດເລືອກມາກໍຜັດປ່ຽນກັນລາຍງານການຈັດຕັ້ງປະຕິບັດລະບຽບໜ້າທີ່ວຽກງານວິຊາສະເພາະ
ຂອງຕົນຢູ່ພາຍໃນກົມກອງ, ວຽກງານປູກຝັງ-ລ້ຽງສັດ ແລະ ອື່ນໆ… ທີ່ສ້າງລາຍຮັບໃຫ້ຄອບຄົວໃນໄລຍະທີ່ຜ່ານມາ ທີ່ມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການສ້າງ
ຄອບຄົວກ່ອນທີ່ຈະກ້າວໄປເປັນຄອບຄົວຕົວແບບ. ຈາກນັ້ນ ຮອງຫົວໜ້າສະຫະພັນແມ່ຍິງ ກອງພົນທີ 4 ພ້ອມດ້ວຍຄະນະ ກໍໄດ້ລົງເກັບກຳກວດກາສະພາບຕົວຈິງເປັນ
ຕົ້ນ: ເຮືອນ, ທີ່ດິນ, ໄຮ່ນາ, ພືດ ຜັກສວນຄົວລວມ, ສັດລ້ຽງ ແລະ ທຸລະກິດສ່ວນຕົວລວມໄປເຖິງແຫຼ່ງລາຍຮັບອື່ນໆ... ທີ່ສ້າງລາຍຮັບເຂົ້າສູ່ຄອບຄົວ ໂດຍບໍ່ອີງໃສ່ແຕ່
ເບ້ຍລ້ຽງຂອງເງິນເດືອນພຽງແຕ່ດ້ານດຽວເພື່ອສ້າງຕົນເອງໃຫ້ກາຍເປັນແມ່ຍິງ 3 ດີ 4 ພັດທະນາ ກາຍເປັນຄອບຄົວຕົວແບບຕາມທິດຊີ້ນຳຂອງຂັ້ນເທິງວາງອອກດ້ວຍ
ການຍົກສູງນ້ຳໃຈ ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.