ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຊາວໜຸ່ມ-ແມ່ຍິງ ກອງພັນໃຫຍ່ 941 ເປີດຂະບວນການແຂ່ງຂັນກີລາ


ສະຫາຍ ພັນເອກ ພັນສອນ ຄໍາຜິວ ເປັນປະທານພິທີເປີດຂະບວນການແຂ່ງຂັນກີລາ

     ວັນທີ 15 ກໍລະກົດ 2020 ນີ້, ຊາວໜຸ່ມ-ແມ່ຍິງກອງພັນໃຫຍ່ 941 ໄດ້ເປີດຂະບວນການແຂ່ງ ຂັນກີລາມິດຕະພາບລະຫວ່າງ ຊາວໜຸ່ມ-ແມ່ຍິງທົ່ວກອງພັນໃຫຍ່
ຂຶ້ນຢູ່ທີ່ເດີ່ນກີລາຂອງກົມກອງ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ພັນສອນ ຄໍາຜິວ ຮອງເລຂາຄະນະພັກ ຫົວໜ້າ ການທະຫານກອງພັນໃຫຍ່ 941, ມີຄະນະ
ພັກ-ຄະນະບັນຊາ, ມີຂະແໜງຊາວໜຸ່ມ-ແມ່ຍິງ, ມີພະນັກງານ-ນັກຮົບຕະຫຼອດຮອດນັກກີລາເຂົ້າຮ່ວມ.

     ສະຫາຍ ພັນຕີ ໄກສອນ ວິໄລຫົງ ຫົວໜ້າ ຂະແໜງຊາວໜຸ່ມກອງພັນໃຫຍ່ 941 ໃຫ້ຮູ້ວ່າ: ການສ້າງຂະບວນການແຂ່ງຂັນກີລາ ໃນຄັ້ງນີ້ເພື່ອເປັນການສ້າງໃຫ້ມີບັນ
ຍາກາດເບີກບານມ່ວນຊື່ນ ແລະ ເພື່ອຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງຊາດ, ຂອງພັກກໍຄືຂອງກອງທັບ ໂດຍສະເພາະແມ່ນເພື່ອຂໍ່ານັບຮັບຕ້ອນກອງປະຊຸມຜູ້ແທນຊາວ
ໜຸ່ມທົ່ວປະເທດ ຄັ້ງທີ VII ແລະ ຂໍ່ານັບຮັບຕ້ອນວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 65 ປີ ໃຫ້ມີຄວາມຟົດຟື້ນມ່ວນຊື່ນ, ອີກດ້ານໜຶ່ງກໍເພື່ອເສີມສ້າງໃຫ້ນັກກີລາ
ທຸກສະຫາຍ ມີສຸຂະພາບແຂງແຮງຮັບປະກັນຕໍ່ການປະຕິບັດໜ້າທີ່ວຽກງານ, ພ້ອມທັງສ້າງນັກກີລາໃຫ້ມີຄວາມສາມັກຄີກັນຢ່າງສະໜິດແໜ້ນ ແລະ ມີຄວາມຮັກແພງ
ຊ່ວຍເຫຼືອເຊິ່ງກັນ ແລະ ກັນກີລາທີ່ນໍາມາແຂ່ງຂັນໃນຄັ້ງນີ້ມີຄື: ເຕະບານຍິງ, ເຕະບານຊາຍ ແລະ ດຶງເຊືອກ.