ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນໃຫຍ່ 702 ສະຫຼຸບວຽກງານຮອບດ້ານປະຈຳປີ 2018 ແລະ ຍ້ອງຍໍຜົນງານ 5 ປີ


ພົນຈັດຕະວາ ສີທາ ດວງມາລາ ປະດັບຫຼຽນໄຊ​ໃ​ຫ​້​ແກ​່ບ​ຸກຄົນ​ທີ່​ມີ​ຜົນງານ​ດີ​ເດັ່ນ

     ໃນວັນທີ 7 ມີນາ 2019, ກອງພັນໃຫຍ່ 702 ໄດ້ຈັດຕັ້ງສະຫຼຸບວຽກງານຮອບດ້ານປະຈຳປີ 2018 ແລະ ວາງທິດທາງແຜນການປີ 2019 ພ້ອມທັງຍ້ອງຍໍຜົນງານ
5 ປີ ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ພົນຈັດຕະວາ ສີທາ ດວງມາລາ ຫົວໜ້າກົມນະໂຍບາຍກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພັນເອກ ຄຳຫຼ້າ ສິມມະ
ວົງ ເລຂາຄະນະພັກ, ຫົວໜ້າການເມືອງກອງພັນໃຫຍ່ 702, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບເຂົ້າຮ່ວມ.

     ໃນກອງປະຊຸມ ສະຫາຍ ພັນໂທ ພູວັນ ສົມວົງສາ ຫົວໜ້າຂະແຫນງໂຄສະນາອົບຮົມກອງພັນໃຫຍ່ 702 ໄດ້ຂຶ້ນຜ່ານບົດສະຫຼຸບຜົນງານຮອບດ້ານປະຈຳ ປີ 2018
ໂດຍຍົກໃຫ້ເຫັນຜົນງານອັນພົ້ນເດັ່ນໃນ 1 ປີຜ່ານມາ ເປັນຕົ້ນແມ່ນວຽກງານສຶກສາອົບຮົມການເມືອງນຳພາແນວຄິດເຮັດໃຫ້ພະນັກງານ-ນັກຮົບພາຍ ໃນກົມກອງມີ
ຄວາມຕື່ນຕົວປະຕິບັດໜ້າທີ່ວຽກງານ, ມີແນວຄິດການເມືອງໜັກແໜ​​້ນ, ມີຄຸນສົມບັດສິນທຳປະຕິວັດເຮັດສຳເລັດໜ້າທີ່ການເມືອງຂອງຕົນດ້ວຍຄວາມຮັບຜິດຊອບສູງ,
ເອົາໃຈໃສ່ຊີ້ນຳ-ນຳພາວຽກງານ ຫັນລົງກໍ່ສ້າງຮາກຖານການເມືອງໃຫ້ມີຄວາມສະຫງົບປອດໄພ 100%, ໄປຄ່ຽງຄູ່ກັນນັ້ນຍັງໄດ້ປຸກລະດົມຊຸກຍູ້ພະນັກງານ-ນັກຮົບເອົາ
ໃຈໃສ່ວຽກງານອົບຮົມ-ຫັດແອບເປັນສຳຄັນ, ຕິດພັນໜ້າທີ່ວຽກງານວິຊາສະເພາະຂອງຕົນໃຫ້ຖືກຕ້ອງຕາມຫຼັກການ, ຄົ້ນຄວ້າຮ່ຳຮຽນວິຊາສະເພາະເຕັກນິກການບິນເປັນ
ປະຈຳ. ໃນ 1 ປີຜ່ານມາແມ່ນໄດ້ຈັດຕັ້ງບິນ 49 ຄັ້ງ, ບິນເຝິກແອບ 158 ຖ້ຽວ, ບິນຮັກສາລະດັບອາຈານ 50 ຖ້ຽວ, ບິນທາງໄກ 5 ຖ້ຽວ, ບິນເຝິກແອບສວນສະໜາມ
ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ 25 ຖ້ຽວ, ບິນເຝິກແອບສິດການບິນ 80 ຖ້ຽວ, ຈັດຕັ້ງກວດກາເຕັກນິກຍົນບິນເຝິກແອບຕ່າງໆ 68 ຄັ້ງ, ໂດຍປິ່ນອ້ອມ
4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດວາງອອກ ພ້ອມນັ້ນກໍໄດ້ປະຕິບັດນ້ຳໃຈເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ໃນນີ້
ກົມກອງໄດ້ປູກພືດຜັກ ແລະ ເກັບກູ້ຜັກທຸກຊະນິດໄດ້ 8.815 ກິໂລ, ມີງົວ 87 ໂຕ, ລ້ຽງ ໄກ່ພັນໄຂ່ 1.100 ໂຕ, ໜອງປາ 19 ໜອງ, ປ່ອຍປາ 16.595 ໂຕ

     ໂອກາດດັ່ງກ່າວ, ຍັງໄດ້ຍ້ອງຍໍສັນລະເສີນຜົນງານ 5 ປີໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີໃນນີ້ໄດ້ປະດັບຫຼຽນໄຊອິດສະຫຼະຊັ້ນ II 6 ສະ
ຫາຍ, ຫຼຽນໄຊອິດສະຫຼະຊັ້ນ III 6 ສະຫາຍ ແລະ 3 ກົມກອງ, ຫຼຽນໄຊແຮງງານຊັ້ນ II 69 ສະຫາຍ, ຫຼຽນໄຊແຮງງານຊັ້ນ III 122 ສະຫາຍ ແລະ 10 ກົມກອງ, ຫຼຽນ
ກາແຮງງານ 87 ສະຫາຍ, ໃບຍ້ອງຍໍລັດຖະບານ 40 ສະຫາຍ ແລະ 1 ກົມກອງ, ຫຼຽນໄຊພິ  ລ​ະອາດຫານຊັ້ນ II 5 ສະຫາຍ, ຊັ້ນ III 15 ສະຫາຍ, ໃບຍ້ອງຍໍກະຊວງປ້ອງ
ກັນປະເທດ 46 ສະຫາຍຕື່ມອີກ.