ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນໃຫຍ່ 941 ປະກາດເລື່ອນຊັ້ນໃຫ້ນາຍທະຫານ


ສະຫາຍ ພັນເອກ ພັນສອນ ຄຳຜິວ ເປັນປະທານພິທີປະກາດເລື່ອນຊັ້ນ

     ວັນທີ 15 ພະຈິກ 2019 ນີ້, ກອງພັນໃຫຍ່ 941 ຈັດພິທີປະກາດເລື່ອນຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍທະຫານຂຶ້ນຢູ່ທີ່ສະໂມສອນຂອງກົມກອງໂດຍການເປັນປະທານ
ຂອງ ສະຫາຍ ພັນເອກ ພັນສອນ ຄຳຜິວ ຮອງເລຂາຄະນະພັກ, ຫົວໜ້າ ການທະຫານກອງພັນໃຫຍ່ 941, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານຜູ້ໄດ້ຮັບຊັ້ນ
ໃໝ່ເຂົ້າຮ່ວມ.

     ສະຫາຍ ພັນໂທ ອິນຄຳ ອຸໄທ ຫົວໜ້າ ຂະແໜງພະນັກງານກອງພັນໃຫຍ່ 941 ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການເລື່ອນຊັ້ນ, ເລື່ອນທຽບ
ຊັ້ນ, ໃຫ້ນາຍທະຫານທີ່ມີຜົນງານດີເດັ່ນ, ມີມາດຖານເງື່ອນໄຂຄົບຖ້ວນ ແລະ ຮອດກຳນົດການເລື່ອນຊັ້ນຈຳນວນ 60 ສະຫາຍ, ໃນນີ້ເລື່ອນຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ 15
ສະຫາຍ, ເລື່ອນຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ 26 ສະຫາຍ, ເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ 19 ສະຫາຍ.

     ໂອກາດດັ່ງກ່າວ ສະຫາຍ ພັນເອກ ພັນສອນ ຄຳຜິວ ຍັງໄດ້ໂອ້ລົມພ້ອມທັງໄດ້ຍ້ອງຍໍຊົມເຊີຍ ຜົນງານທີ່ບັນດາສະຫາຍຍາດມາໄດ້ໃນໄລຍະຜ່ານມາ ແລະ ຍັງໄດ້
ຮຽກຮ້ອງມາຍັງພະນັກງານຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ ໃນຄັ້ງນີ້ຈົ່ງພ້ອມກັນຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນສົມບັດສິນທຳປະຕິວັດ, ເອົາໃຈໃສ່ປະຕິບັດລະ
ບຽບວິໃນຢ່າງເຂັ້ມງວດ, ມີແບບແຜນວິທີເຮັດວຽກທີ່ຖືກຕ້ອງ, ຍົກສູງຄວາມຮູ້ຄວາມສາມາດທາງດ້ານວິຊາສະເພາະ, ເປັນແບບຢ່າງນຳໜ້າໃຫ້ແກ່ມະຫາຊົນ ຕິດພັນກັບ
ຂະບວນການດ້ານຕ່າງໆ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເພື່ອພ້ອມກັນປົກປັກຮັກສາ ແລະ ສ້າງສາປະເທດຊາດ
ໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.