ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນ​ໃຫຍ່ 642 ຈັດ​ຕັ້ງ​ສອບ​ເສັງ​ບັ້ນ​ເຝີ​ກອົບຮົມ-ຫັດ​ແອບ​ໄລຍະ​ສັ້ນ


ສະຫາຍ ພັນໂທ ສຸກສະໄຫວ ສຸກກະເສີມ ​ເປັນ​ປະທານ ຈັດຕັ້ງສອບເສັງບັ້ນເຝີກອົບຮົມ-ຫັດແອບໄລຍະສັ້ນ

     ໃນວັນທີ 15 ຕຸລາ 2019 ນີ້, ຢູ່ທີ່ສະໂມສອນກອງພັນນ້ອຍ 291 ໃນກອງພັນໃຫຍ່ 642 ໄດ້ຈັດຕັ້ງສອບເສັງບັ້ນເຝິກອົບຮົມ-ຫັດແອບວິຊາສະເພາະສັງເກດ-ວັດ
ແທກໃນໄລຍະສັ້ນ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນໂທ ສຸກສະໄຫວ ສຸກກະເສີມ ຄະນະພັກ, ຮອງຫົວໜ້າ ພະແນກເສນາທິການ ກອງພັນໃຫຍ່ 642, ມີຄະນະພັກ-
ຄະນະບັນຊາ ກອງພັນນ້ອຍ, ພ້ອມດ້ວຍຄູ-ອາຈານ ແລະ ນັກເຝິກອົບຮົມເຂົ້າຮ່ວມ.

     ເນື້ອໃນອົບຮົມ-ຫັດແອບວິຊາສະເພາະສັງເກດ-ວັດແທກ ມີທັງໝົດ 2 ພາກຄື: ພາກທິດສະດີ ແລະ ພາກປະຕິບັດຕົວຈິງ, ມີນັກເຝິກອົບຮົມເຂົ້າຮ່ວມທັງໝົດ 19 ສະ
ຫາຍ ທີ່ມາຈາກ 3 ກອງພັນນ້ອຍ ຂຶ້ນກັບ, ໃນນີ້ໃຊ້ເວລາເຝິກອົບຮົມທັງໝົດ 45 ວັນ ແລະ ໄດ້ຈັດຕັ້ງສອບເສັງສໍາເລັດຕາມຄາດໝາຍ, ຈຸດປະສົງແມ່ນເຮັດໃຫ້ບັນດາ
ນັກເຝິກອົບຮົມກໍາໄດ້ດ້ານວິຊາສະເພາະ, ທັກສະ, ທິດສະດີຫຼັກການ, ວິທີການຕັ້ງກ້ອງຕິດຕາມເປົ້າໝາຍ, ລາຍງານໃຫ້ຄ່ອງແຄ້ວວ່ອງໄວຊັດເຈນທັນກັບເຫດການຕົວ
ຈິງ. ຜ່ານການສອບເສັງຕົວຈິງສາມາດສະຫຼຸບຄະແນນໄດ້ດັ່ງນີ້: ເກັ່ງ 1 ສະຫາຍ ເທົ່າກັນ 6 % ແລະ ກາງ 18 ສະຫາຍເທົ່າກັບ 94 %.