ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ດຸໝັ່ນໃນການອອກແຮງງານເພີ່ມພູນຜະລິດຜົນ ສ້າງແຫຼ່ງລາຍຮັບເຂົ້າສູ່ກົມກອງ


ໝວດສຳນັກງານ ກອງພັນ 403 ກອງພັນໃຫຍ່ 302 ແມ່ນກົມກອງໜຶ່ງທີ່ ດຸໝັ່ນໃນການອອກແຮງງານເພີ່ມພູນຜະລິດຜົນ

     ເມື່ອເວົ້າເຖິງກົມກອງ ທີ່ມີຄວາມບຸກບືນຫ້າວຫັນໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ ກໍຄືການປະຕິບັດຂໍ້ກຳນົດກົດລະບຽບຂອງກອງທັບ ເຫັນວ່າ
ມີຫຼາຍຫົວໜ່ວຍກົມກອງທັງກຳລັງຫຼວງ-ກຳລັງທ້ອງຖິ່ນ. ໃນນີ້, ເວົ້າສະເພາະໝວດສຳນັກງານ ກອງພັນ 403 ກອງພັນໃຫຍ່ 302 ກອງພົນທີ 3 ແມ່ນກົມກອງໜຶ່ງທີ່
ເປັນແບບຢ່າງໃຫ້ແກ່ກົມກອງຂອງຕົນ ເຊິ່ງໄດ້ຮັບການຍ້ອງຍໍຊົມເຊີຍຈາກຄະນະພັກຂັ້ນເທິງ ແລະ ບັນດາກົມກອງອ້ອມຂ້າງຕະຫຼອດມາ.

     ໝວດສຳນັກງານ ກອງພັນ 403 ເປັນກົມກອງໜຶ່ງທີ່ມີພະນັກງານ-ວິຊາສະເພາະ ຈຳນວນພົນ ປະກອບເກືອບເຕັມອັດຕາ ແລະ ເປັນເສນາທິການໃຫ້ຄະນະພັກ-ຄະນະ
ບັນຊາ ໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານວິຊາສະເພາະຢ່າງຕັ້ງໜ້າ, ຍາມໃດຄະນະບັນຊາໝວດສຳນັກງານ ກໍໄດ້ເອົາໃຈໃສ່ຕັ້ງໜ້າ ປະກອບສ່ວນເຂົ້າໃນທຸກຂົງ
ເຂດວຽກງານ ແລະ ຂະບວນການຕ່າງໆຂອງກົມກອງ ຕາມທິດຊີ້ນຳຂອງຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 302 ກໍຄື ກອງພັນ 403 ວາງອອກ, ເປັນຕົ້ນໄດ້ເຂົ້າຮ່ວມ
ຂະບວນການເຝິກແອບຮໍ່າຮຽນ, ການປັບປຸງກໍ່ສ້າງກົມກອງ, ການເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດ, ກີລາ, ສິລະປະ-ວັນນະຄະດີ ແລະ ຂະບວນການອື່ນໆຢູ່ໃນກົມກອງ
ດ້ວຍບັນຍາກາດຟົດຟື້ນ, ຕິດພັນກັບການປະຕິບັດຂໍ້ກຳນົດ, ກົດລະບຽບ 7 ລະບອບ 18 ວຽກ ໃນມື້ໜຶ່ງຂອງກອງທັບໄດ້ຢ່າງເຂັ້ມງວດ. ໄປຄຽງຄູ່ກັບການປະຕິບັດນໍ້າ
ໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເຊິ່ງໃນເບື້ອງຕົ້ນກົມກອງມີຄວາມຫຍຸ້ງຍາກຫຼາຍປະການເປັນຕົ້ນ ແມ່ນສະພາບແວດລ້ອມ, ດິນ,
ຟ້າ, ອາກາດບໍ່ເອື້ອອຳນວຍຄວາມສະດວກ, ວັດຖຸແຫຼ່ງທຶນທີ່ຈະປະກອບເຂົ້າໃນການປັບປຸງກໍ່ສ້າງກົມກອງ, ການສ້າງແຫຼ່ງລາຍຮັບເຂົ້າສູ່ກົມກອງ, ແຕ່ດ້ວຍຄວາມມີນໍ້າ
ໃຈອົດທົນຜ່ານຜ່າ, ຊອກຮູ້ສະແຫວງຫາ ແລະ ຍ້ອນຄະນະພັກ-ຄະນະບັນຊາຊີ້ນຳຢ່າງໃກ້ຊິດຕິດແທດບວກກັບພະນັກງານ-ນັກຮົບ ມີຄວາມອົດທົນດຸໝັ່ນຂະຫຍັນພຽນ
ໃນການອອກແຮງງານເພີ່ມພູນຜະລິດຜົນ ຈຶ່ງເຮັດໃຫ້ກົມກອງມີການພັດທະນາ ແລະ ດີເດັ່ນ ເປັນກົມກອງທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກຄະນະພັກ-ຄະນະບັນຊາ
ກອງພັນ 403 ແລະ ບັນດາກົມກອງອ້ອມຂ້າງໃນການປັບປຸງກໍ່ສ້າງກົມກອງ. ໃນນີ້, ໄດ້ກໍ່ສ້າງຫ້ອງການ 1 ຫຼັງ, ເຮືອນນອນ 1 ຫຼັງ, ເຮືອນຄົວລວມ 1 ຫຼັງ ແລະ ຫ້ອງນໍ້າ
ແບບຊົ່ວຄາວ 1 ຫຼັງ, ໂດຍນຳໃຊ້ທຶນ ແລະ ແຮງງານຂອງກົມກອງກຸ້ມຕົນເອງ 100%. ຄຽງຄູ່ກັນນີ້, ໄດ້ເອົາໃຈໃສ່ເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດ ແກ້ໄຂຊີວິດການ
ເປັນຢູ່, ສ້າງແຫຼ່ງລາຍຮັບເຂົ້າສູ່ກົມກອງ ຕາມທ່າແຮງບົ່ມຊ້ອນຕົວຈິງ ໂດຍປະຕິບັດຕາມທິດນຳ 4 ປູກ 4 ລ້ຽງ ທີ່ກົມໃຫຍ່ພະລາທິການກອງທັບວາງອອກເປັນຕົ້ນແມ່ນ
ປູກພືດຜັກລົ້ມລຸກຊະນິດຕ່າງໆ ປ້ອນເຂົ້າເຮືອນລວມໄດ້ 680 ກິໂລ ເປັນເງິນ 3.400.000 ກີບ. ນອກນີ້, ຍັງໄດ້ສົ່ງຂາຍຕາມທ້ອງຕະຫຼາດອີກຈຳນວນໜຶ່ງ, ມີງົວລ້ຽງ 4
ໂຕ, ແບ້ 5 ໂຕ, ສັດປີກ 450 ກວ່າໂຕ, ສາມາດສ້າງລາຍຮັບຈາກການລ້ຽງສັດໄດ້ 23.200.000 ກີບ. ປັດຈຸບັນ, ກົມກອງໄດ້ຂະຫຍາຍສະຖານທີ່ທຳການຜະລິດ ແລະ
ຊື້ສັດໃຫຍ່ມາລ້ຽງເພີ່ມຕື່ມອີກ.

     ທັງນີ້, ເພື່ອເປັນການປະຢັດລາຍຈ່າຍຂອງກົມກອງໃນການຊື້ຜັກ-ຊີ້ນ ຈາກທ້ອງຕະຫຼາດເຮັດໃຫ້ກົມກອງມີລາຍຮັບນັບມື້ເພີ່ມຂຶ້ນ ໂດຍປະຕິບັດຕາມຄຳຂວັນທີ່ວ່າ:
ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.