ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ບັນຊາ​ການທະຫານ​ແຂວງ​ ບໍ່​ແກ້ວ ​ເປີດ​ຂະ​ບວນການ​ແຂ່ງຂັນ​ກິລາ


ສະຫາຍ ພັນ​ໂທ ບຸນ​ມີ ພາ​ມີ​ໄຊ ​ເປັນ​ປະທານ​ພິທີ​ເປີດ​ຂະ​ບວນການ​ແຂ່ງຂັນ​ກິລາ

     ວັນທີ 15 ສິງຫາ 2019 ນີ້, ກອງບັນຊາການທະຫານແຂວງ ບໍ່ແກ້ວ ໄດ້ເປີດຂະບວນການແຂ່ງຂັນກີລາໄລຍະສັ້ນ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມ
ໃຫຍ່ 3 ຂັ້ນທົ່ວອົງຄະນະພັກກອງ​ບັນຊາ​ການທະຫານແຂວງ ບໍ່ແກ້ວ ຄັ້ງທີ V ໂດຍການເປັນປະທານຂອງ ສະຫາຍ ພັນໂທ ບຸນມີ ພາມີໄຊ ຫົວໜ້າ ຫ້ອງການເມືອງທະ
ຫານແຂວງ ບໍ່ແກ້ວ ແລະ ມີນັກກີລາ ຈາກອົງການກົມກອງທົ່ວກອງ​ບັນຊາ​ການທະຫານແຂວງເຂົ້າຮ່ວມ.

     ສະຫາຍ ພັນໂທ ເນັ່ງສີດາ ເບຼຍລີມົວ ຫົວໜ້າ ຊີ້ນໍາຂະບວນການ ໄດ້ຜ່ານແຜນການແຂ່ງຂັນກີລາ ໃນຄັ້ງນີ້ ເຊິ່ງປະກອບມີ: ກີລາບານສົ່ງຊາຍມີ 12 ທີມເຂົ້າຮ່ວມ
ແຂ່ງຂັນ, ກີລາເປຕັງ ປະສົມມີ 29 ທີມເຂົ້າຮ່ວມແຂ່ງຂັນ, ກຳນົດເວລາແຂ່ງຂັນແມ່ນ 15 ວັນ, ການສ້າງຂະບວນການແຂ່ງຂັນກີລາໃນຄັ້ງນີ້ ນອກຈາກເປັນການສ້າງ
ຂະບວນການຟົດຟື້ນຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນ ຂອງອົງຄະນະພັກກອງ​ບັນຊາ​ການທະຫານແຂວງແລ້ວ ຍັງເປັນການຮັດແໜ້ນຄວາມສາມັກຄີເຊິ່ງກັນ ແລະ
ກັນລະຫວ່າງ ພະນັກງານ-ນັກຮົບດ້ວຍກັນ ແລະ ເຮັດໃຫ້ພະນັກງານ-ນັກຮົບມີສຸຂະພາບເຂັ້ມແຂງກຽມພ້ອມເຮັດສໍາເລັດໜ້າທີ່ການເມືອງທີ່​ຂັ້ນ​ເທິງ​ມອບໝາຍ​ໃຫ້.