ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຊຸກຍູ້ພະນັກງານ-ນັກຮົບ ກອງພັນ 408 ທີ່ພວມປະຕິບັດໜ້າທີ່ຊ່ວຍເຫຼືອພໍ່ແມ່ປະຊາຊົນ


ສະຫາຍ ພັນເອກ ສໍຍັນ ລໍອິນສອນ ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຊຸກຍູ້ຊີ້ນຳພະນັກງານ-ນັກຮົບ ກອງພັນ 408

     ຫວ່າງບໍ່ດົນນີ້, ສະຫາຍ ພັນເອກ ສໍຍັນ ລໍອິນສອນ ຄະນະປະຈຳພັກ ຫົວໜ້າ ຫ້ອງການເມືອງ ກອງພົນທີ 3 ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຊຸກຍູ້ຊີ້ນຳພະນັກງານ-ນັກ
ຮົບກອງພັນ 408 ທີ່ພວມປະຕິບັດໜ້າທີ່ຊ່ວຍເຫຼືອພໍ່ແມ່ປະຊາຊົນ 3 ໝູ່ບ້ານຂອງເມືອງ ປາກແບງ ແຂວງ ອຸດົມໄຊ ທີ່ຖືກຜົນກະທົບຈາກໄພພິບັດທາງທຳມະຊາດ ໃນໄລ
ຍະຜ່ານມາຄື: ບ້ານ ມົກພາງ, ບ້ານ ພູລວງ, ບ້ານ ແກ້ງຊ້າງ ທີ່ຕັ້ງຖິ່ນຖານຢູ່ລຽບຕາມແຄມສາຍນຳ້ແບງ ມີຄວາມສ່ຽງທີ່ຈະເກີດໄພພິບັດນຳ້ຖ້ວມ ຍ້າຍມາຕັ້ງບ້ານເຮືອນ
ບ່ອນໃໝ່ຢູ່ບ້ານ ໄຊມູງຄຸນ ເມືອງ ຮຸນ ແຂວງ ອຸດົມໄຊ (ບ້ານຈັດສັນໃໝ່) ເລີ່ມຍົກຍ້າຍມາແຕ່ກາງເດືອນມິຖຸນາ 2020. ໃນນີ້, ກອງພົນທີ 3 ໄດ້ສົ່ງກຳລັງໄປຊ່ວຍເຫຼືອ
ເປັນແຕ່ລະໄລຍະ ເຊິ່ງໄລຍະທຳອິດແມ່ນກຳລັງຂອງກອງພັນ 417 ຈຳນວນ 35 ສະຫາຍ, ກຳນົດເວລາ 15 ວັນ, ໄລຍະທີ 2 ແມ່ນກຳລັງຂອງກອງພັນ 408 ຈຳນວນ 47
ສະຫາຍ, ໂດຍການຊີ້ນຳຂອງ ສະຫາຍ ພັນຕີ ຄຳເຫຼັກ ສຸກກະເສີມ ຮອງຫົວໜ້າ ການເມືອງກອງພັນ 408 ກອງພົນທີ 3.

     ໂອກາດນີ້, ສະຫາຍ ຫົວໜ້າ ຫ້ອງການເມືອງກອງພົນທີ 3 ໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດໃນການຍົກຍ້າຍເຮືອນຊານຂອງພໍ່ແມ່ປະຊາຊົນລາຍ
ງານໂດຍ ສະຫາຍ ໄຊຍະສິນ ສຸພັນທອງ ຮອງເຈົ້າເມືອງປາກແບງເປັນຕົ້ນແມ່ນໄດ້ລາຍງານກ່ຽວກັບຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການຍົກຍ້າຍຢູ່ໃນໜ້າວຽກຕົວຈິງ, ໃນ 3
ໝູ່ບ້ານປະກອບມີ 316 ຫຼັງຄາເຮືອນ, ມາຮອດປັດຈຸບັນໄດ້ສຳເລັດແລ້ວ 98 ຫຼັງຄາເຮືອນ, ສ່ວນໜ້າວຽກທີ່ລົງປະຕິບັດຕົວຈິງໄດ້ມ້າງ ແລະ ຂົນສົ່ງລຳລຽງໄມ້ເຮືອນ,
ວັດຖຸສິ່ງຂອງຕ່າງໆຂອງພໍ່ແມ່ປະຊາຊົນຈາກບ່ອນເກົ່າໄປຕັ້ງບ່ອນໃໝ່. ຄາດກະຈະໃຫ້ສຳເລັດ 100% ໃນທ້າຍເດືອນກໍລະກົດ 2020 ນີ້.

     ສະຫາຍ ພັນເອກ ສໍຍັນ ລໍອິນສອນ ໄດ້ເນັ້ນໜັກໃຫ້ພາກສ່ວນຮັບຜິດຊອບຈົ່ງເອົາໃຈໃສ່ ຊ່ວຍເຫຼືອປະຊາຊົນດ້ວຍນໍ້າໃຈ ຄວາມສາມັກຄີຮັກແພງເຖິງວ່າການລົງຊ່ວຍ
ເຫຼືອໃນຄັ້ງນີ້ຈະພົບຄວາມຫຍຸ້ງຍາກທາງດ້ານສະພາບອາກາດບໍ່ເອື້ອອຳນວຍແຕ່ລະສະຫາຍກໍ່ໄດ້ເອົາໃຈໃສ່ ແລະ ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ເຮັດສຳເລັດ
ໜ້າທີ່ຕາມການຈັດຕັ້ງມອບໝາຍໃຫ້ສົມກັບວ່າ: ກອງທັບກັບປະຊາຊົນຄືປາກັບນໍ້າ.