ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໜ່ວຍສະຫະພັນແມ່ຍິງກອງພັນທີ 3,4 ແລະ ທີ 5 ໄດ້ຮັບໃບຢັ້ງຢືນ 3 ດີ


ສະຫາຍພັນໂທວິລະວົງມະນີແສງ ເປັນກຽດມອບໃບຢັ້ງຢືນແມ່ຍິງ 3 ດີ

     ໜ່ວຍສະຫະພັນແມ່ຍິງກອງພັນທີ 3,4 ແລະ ທີ 5 ທີ່ຂື້ນກັບພະແນກສະຫະພັນແມ່ຍິງກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ຈັດພິທີມອບໃບຢັ້ງຢືນ
ເປັນໜ່ວຍສະຫະພັນແມ່ຍິງ 3 ດີ ຂື້ນໃນວັນທີ14 ມິຖຸນາ 2019 ນີ້, ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພັນໂທ ວິລະວົງ ມະນີແສງ ຄະນະປະຈຳພັກກອງບັນ
ຊາການ, ຫົວໜ້າຫ້ອງການເມືອງກອງບັນຊາການທະຫານແຂວງ ສະຫວັນນະເຂດ, ມີຄະນະພັກ - ຄະນະບັນຊາ ຕະຫຼອດຮອດສະມາຊິກສະຫະພັນແມ່ຍິງໃນແຕ່ລະກົມ
ກອງເຂົ້າຮ່ວມ.

     ໃນໂອກາດນີ້ຕາງໜ້າໜ່ວຍສະຫະພັນແມ່ຍິງຂອງ 3 ກົມກອງກໍໄດ້ສະຫຼຸບຄືນໂດຍຫຍໍ້ໃນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນຂອງແມ່ຍິງ 3 ດີ ເຊິ່ງໜ່ວຍສະຫະ
ພັນແມ່ຍິງທັງສາມໜ່ວຍແມ່ນໄດ້ປະຕິບັດຕາມ 4 ບາດກ້າວຂອງເອກະສານແນະນຳກ່ຽວກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີຂອງສະຫະພັນ ແມ່ຍິງລາວວາງອອກ
ໃນນັ້ນໜ່ວຍສະຫະພັນແມ່ຍິງກອງພັນທີ 5 ມີແມ່ຍິງ 3 ດີ ປະເພດ 1 ມີ 10 ສະຫາຍ, ປະເພດ 2 ມີ 7 ສະຫາຍພົນລະເມືອງດີ 17 ສະຫາຍ, ພັດທະນາດີ 16 ສະຫາຍ,
ຄອບຄົວດີ 11 ຄອບຄົວ, ບຸກຄົນຕົວແບບດ້ານວິຊາສະເພາະມີ 5 ສະຫາຍ,ບຸກຄົນຕົວແບບດ້ານເສດຖະກິດຄອບຄົວມີ 5 ຄອບຄົວ, ໜ່ວຍສະຫະພັນແມ່ຍິງກອງພັນ
ທີ 3 ລວມມີ 14 ສະຫາຍປະເພດ 1 ມີ 12 ຄົນ, ປະເພດ 2 ມີ 2 ສະຫາຍ ພົນລະເມືອງດີ 14 ສະຫາຍພັດທະນາດີ 14 ສະຫາຍ, ຄອບຄົວດີມີ 12 ຄອບຄົວ, ບຸກຄົນ
ຕົວແບບດ້ານວິຊາສະເພາະມີ 14 ຄົນ,ບຸກຄົນຕົວແບບດ້ານເສດຖະກິດມີ 6 ຄົນໄດ້ຮັບໃບຢັ້ງຢືນໜ່ວຍສະຫະພັນແມ່ຍິງ 3 ດີມາແລ້ວ 1 ໜ່ວຍ, ສຳລັບໜ່ວຍສະຫະ
ພັນແມ່ຍິງກອງພັນທີ 4 ມີແມ່ຍິງ 3 ດີປະເພດ 1 ມີ 8 ສະຫາຍ, ປະພດ 2 ມີ 5 ສະຫາຍ, ຄອບຄົວດີມີ 8 ຄອບຄົວ, ບຸກຄົນຕົວແບບດ້ານວິຊາສະເພາະມີ 5 ສະຫາຍ,
ບຸກຄົນຕົວແບບດ້ານເສດຖະກິດມີ 8 ສະຫາຍ.