ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໜ່ວຍຂຸດຄົ້ນອັດຖິຈາກ ສສ ຫວຽດນາມ ນໍາເອົາອັດຖິທະຫານ
ອາສາສະໝັກຫວຽດນາມມາໄວ້ຢູ່ທະຫານນະຄອນຫຼວງ


ອັດຖິທະຫານອາສາສະໝັກແລະຊ່ຽວຊານຫວຽດນາມ

     ໃນຕອນແລງວັນທີ 12 ມີນາ 2019 ນີ້, ຄະນະປະຕິບັດງານພິເສດ, ໜ່ວຍຂຸດຄົ້ນອັດຖິຈາກ ສສ ຫວຽດນາມ ທີ່ໄດ້ຊອກຂຸດຄົ້ນອັດຖິທະຫານອາສາສະໝັກ ແລະ
ຊ່ຽວຊານຫວຽດນາມທີ່ໄດ້ເສຍຊີວິດເພື່ອພາລະກິດຂອງການປະຕິວັດລາວໃນເມື່ອກ່ອນໄດ້ນໍາເອົາອັດຖິ 1 ອັດຖິຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ
ທີ່ຂຸດຄົ້ນໄດ້ມາໄວ້ຢູ່ທີ່ກອງບັນຊາການທະຫານນະຄອນຫຼວງວຽງຈັນ ເຊິ່ງໃນພິທີນີ້ມີ ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ຄະນະປະຈໍາພັກນະຄອນຫຼວງ ເລຂາ
ພັກ, ຫົວໜ້າການເມືອງກອງບັນຊາການທະຫານນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ, ມີບັນດາຫົວໜ້າຫ້ອງ, ພະແນກການຕ່າງໆ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າ
ຮ່ວມວາງພວງມາລາ ແລະ ໄວ້ ອາໄລຢ່າງສຸດຊຶ້ງ.

     ໃນພິທີດັ່ງກ່າວໜ່ວຍຂຸດຄົ້ນອັດຖິແຂວງຮ່າຕິ້ງ ສສ ຫວຽດນາມໄດ້ລາຍງານກ່ຽວກັບການຊອກຄົ້ນອັດຖິດັ່ງກ່າວແມ່ນໄດ້ປະສານສົບທົບກັບກອງບັນຊາການທະ
ຫານນະຄອນຫຼວງ ແລະ ແຫຼ່ງຂໍ້ມູນຈາກທ້ອງຖິ່ນບ້ານ, ບຸກຄົນທີ່ຮູ້ ແລະ ໄດ້ສູ້ຮົບຕໍ່ສູ້ຕີສັດຕູຮ່ວມກັນແຕ່ສະໄໝຈັກກະພັດຕ່າງດ້າວທີ່ມາຮຸກຮານລາວ ຈາກນັ້ນກໍໄດ້
ລົງມືປະຕິບັດຈົນສຳເລັດ ຈາກນັ້ນໜ່ວຍງານຂຸດຄົ້ນໄດ້ນໍາອັດຖິດັ່ງກ່າວກໍໄດ້ນຳເອົາອັດຖິມາໄວ້ທີ່ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໂອກາດດັ່ງກ່າວຄະນະ
ພັກ-ຄະນະບັນຊາກອງບັນຊາການທະຫານນະຄອນຫຼວງ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ເຂົ້າຈູດທູບເພື່ອໄວ້ອາໄລຢ່າງສຸດຊຶ້ງເຖິງດວງວິນຍານທະ ຫານອາສາສະໝັກ
ແລະ ຊ່ຽວຊານຫວຽດນາມ ທີ່ໄດ້ເສຍຊີວິດເພື່ອພາລະກິດຂອງການປະຕິວັດລາວ ພ້ອມ ນັ້ນກໍໄດ້ມີການຄົບງັນຕາມພິທີທາງສາດສະໜາຢູ່ທີ່ກອງບັນຊາການທະຫານນະ
ຄອນຫຼວງວຽງຈັນຢ່າງເປັນທາງການເພື່ອກະກຽມນໍາເອົາອັດຖິກັບຄືນປະເທດ ສສ ຫວຽດນາມ.