ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນໃຫຍ່ 645 ສ້າງຂະບວນການແຂ່ງຂັນກີລາ ເຫຼົ່າຮົບ


ກອງພັນໃຫຍ່ 645 ໄດ້ຈັດຕັ້ງສ້າງຂະບວນການແຂ່ງຂັນກີລາເຫຼົ່າຮົບ ເພື່ອຂໍ່ານັບຮັບຕ້ອນວັນສຳຄັນຂອງຊາດ

     ໃນວັນທີ 12 ທັນວາ 2019 ຜ່ານມານີ້, ກອງພັນໃຫຍ່ 645 ໄດ້ຈັດຕັ້ງສ້າງຂະບວນການແຂ່ງຂັນກີລາເຫຼົ່າຮົບ ເພື່ອຂໍ່ານັບຮັບຕ້ອນວັນສຳຄັນຂອງຊາດ, ໂດຍມີຄະ
ນະນຳພະແນກການ, ກົມກອງອ້ອມຂ້າງທີ່ຂຶ້ນກັບ ແລະ ຄະນະນັກກີລາ ພ້ອມດ້ວຍພະນັກງານ-ນັກຮົບໃນກົມກອງເຂົ້າຮ່ວມຮັບຊົມ.

     ສະຫາຍ ພັນຕີ ຄຳພຸດ ແສງປະເສີດ ຊ່ວຍວຽກຂະແໜງອົບຮົມ ກອງພັນໃຫຍ່ 645 ໄດ້ຂຶ້ນຜ່ານ ແຜນການເຄື່ອນໄຫວການແຂ່ງຂັນກີລາເຫຼົ່າຮົບໃນຄັ້ງນີ້ໂດຍປະຕິ
ບັດຕາມຄຳສັ່ງແນະນຳຂອງ ກົມປ້ອງກັນອາກາດ ກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການສ້າງຂະບວນການແຂ່ງຂັນກີລາເຫຼົ່າຮົບ ເພື່ອຂໍ່ານັບຮັບຕ້ອນວັນສຳຄັນຂອງ
ຊາດ ເປັນຕົ້ນວັນຊາດ ທີ 2 ທັນວາ ຄົບຮອບ 44 ປີ, ວັນສ້າງຕັ້ງເຫຼົ່າຮົບປ້ອງກັນ ອາກາດ ຄົບຮອບ 58 ປີ, ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 71 ປີ ທີ່ຈະມາ
ເຖິງໃຫ້ມີບັນຍາກາດຟົດຟື້ນ ແລະ ມີຄວາມໝາຍສຳຄັນຢ່າງເລິກເຊິ່ງ ທັງເປັນການຍົກລະດັບຄວາມຮູ້, ຄວາມສາມາດຂອງພະນັກງານ-ນັກຮົບວິຊາສະເພາະ ແລະ ເປັນ
ການເສີມສ້າງສຸຂະພາບໃຫ້ພະນັກງານ-ນັກຮົບມີສຸຂະພາບເຂັ້ມແຂງ, ມີຄວາມສາມັກຄີພາຍໃນແໜ້ນແຟ້ນ, ມີຄວາມຊຳນິຊຳນານທາງດ້ານ ສິລະປະຍຸດ-ຍຸດທະວິທີ
ເພື່ອຮັບປະກັນເຮັດໜ້າທີ່ການເມືອງຂອງກົມກອງເປັນຢ່າງດີ.

     ສຳລັບກີລາເຫຼົ່າຮົບທີ່ນຳມາແຂ່ງຂັນໃນຄັ້ງນີ້ປະກອບມີການຕັ້ງປືນ, ການກູ້ປືນ ແລະ ມ້າງປະກອບປືນ 23-2 ມມ ແລະ 37-1 ມມ, ແລະ ການເຄື່ອນຍ້າຍປືນເຂົ້າ
ສະໜາມ, ໂດຍໄດ້ກຳນົດເວລາທີ່ເໝາະສົມໃນການແຂ່ງຂັນກີລາແຕ່ລະປະເພດ, ການແຂ່ງຂັນກີລາເຫຼົ່າຮົບໃນຄັ້ງນີ້ປະກອບມີ 3 ກົມກອງທີ່ຂຶ້ນກັບ ກອງພັນໃຫຍ່ 645
ເຂົ້າຮ່ວມແຂ່ງຂັນ.

     ຜ່ານການແຂ່ງຂັນຕົວຈິງຊະນະເລີດປືນ 23-2 ມມ ໄດ້ແກ່ກອງພັນ 609 , ຮອງຊະນະເລີດໄດ້ແກ່ ກອງພັນ 607 ແລະ ຊະນະເລີດປືນ 37-1 ມມ ໄດ້ແກ່ໝູ່ທີ 1 ກອງ
ພັນ 608, ຮອງຊະນະເລີດໄດ້ແກ່ໝູ່ ທີ 2 ກອງພັນ 608.

     ໂອກາດດັ່ງກ່າວຄະນະພັກ-ຄະນະບັນຊາກອງພັນໃຫຍ່ 645 ກໍໄດ້ຜັດປ່ຽນກັນຂຶ້ນມອບລາງວັນ ໃຫ້ແກ່ຄະນະນັກກີລາຕາມລຳດັບຢ່າງສົມກຽດ.