ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງ​ພະລາທິການ​ທະຫານ​ແຂວງ​ ສະຫວັນ​ນະ​ເຂ​ດ
ສຳເລັດ​ການ​ເຝິກອົບຮົມ​ການ​ເມືອງ, ການ​ທະຫານ, ພະລາທິການ-​ເຕັກນິກ


ສອບ​ເ​ສັງ​ຍິງ​ລູກປືນ​ແທ້​ຢູ່​ສະໜາມ

     ຫ້ອງການເມືອງທະຫານແຂວງ ສະຫັວນນະເຂດ. ໄດ້ສຳເລັດການເຝິກອົບຮົມການເມືອງ-ການທະຫານ ໄລຍະສັ້ນຈຳປີ 2019. ໃນວັນທີ 14 ພະຈິກ 2019 ນີ້.
ໂດຍການເປັນປະທານຂອງ ສະຫາຍ ພັນໂທ ຄຳພັນ ພົມມະວົງ ຄະນະພັກກອງບັນຊາການ ຫົວໜ້າ ຫ້ອງພະລາທິການ ທະຫານແຂວງ, ມີບັນດາຄະນະຮັບຜິດຊອບຈາກ
ພະແນກການກ່ຽວຂ້ອງ, ແຂກຖືກເຊີນ, ຄະນະຄູ-ອາຈານ ແລະ ບັນດານັກສຳມະນາພາຍໃນກົມກອງດັ່ງກ່າວເຂົ້າຮ່ວມ.

     ໃນໂອກາດນີ້ຍັງໄດ້ມີການສອບເສັງວິຊາລະບຽບຮູບແຖວ, ຂັ້ນກອງຮ້ອຍ, ຂັ້ນໝວດ, ສອບເສັງຍິງລູກປືນແທ້ຢູ່ພາກສະໜາມ. ປະກອບມີບົດຍິງເປີດສາກ ອາກາ
ແອັມ 1 ຈັງຫວະ, ບົດກວດກາທ່າຍິງພາກສະໜາມ 3 ຈັງຫວະ ອາກາແອັມ ແລະ ບົດຍິງປືນສັ້ນ 3 ຈັງຫວະ ກາ 54. ສອບເສັງຢ່າງເຄັ່ງຮ້ອນ ໃຊ້ເວລາ 1 ວັນ ຈິ່ງໄດ້ສຳ
ເລັດລົງຢ່າງປອດໄພ 100%. ຜົນການສອບເສັງໄດ້ສະແດງອອກຄື: ພາກລະບຽບຮູບແຖວກອງທັບ ບັນລຸໄດ້ 80%, ພາກການທະຫານມີ: ສິນລະປະຍຸດບັນລຸໄດ້ 80%,
ຍຸດທະວິທີບັນລຸໄດ້ 85%. ການປະເມີນຜົນການຍິງລູກປືນແທ້ບັນລຸ 90%.

     ໃນຕອນທ້າຍ ສະຫາຍ ພັນໂທ ຄຳຜົງ ພັດທະນາ ຄະນະພັກວ່າການ ຫົວໜ້າ ຫ້ອງການເມືອງ ທະຫານແຂວງສະຫັວນນະເຂດ. ກໍໄດ້ເປັນກຽດຂຶ້ນໂອ້ລົມ ແລະ ສະ
ແດງຄຳຍ້ອງຍໍຊົມເຊີຍຕໍ່ບັນດານັກສຳມະນາກອນທີ່ເອົາໃຈໃສ່ໃນການຫັດແອບຄັ້ງນີ້ໄດ້ລື່ນຄາດໝາຍທີ່ຄະນະຊີ້ນຳວາງໄວ້. ພ້ອມນີ້ ສະຫາຍກໍໄດ້ຮຽກຮ້ອງໃຫ້ບັນດາ
ນັກສຶກສາທຸກຄົນຈົ່ງພ້ອມກັນນຳເອົາບົດຮຽນທີ່ໄດ້ຮຽນມາໄປໜູນໃຊ້ ໃນໜ້າທີ່ວຽກງານຂອງຕົນໃນສະເພາະໜ້າ ແລະ ຍາວນານໃຫ້ເກີດດອກອອກຜົນ ແລະ ພ້ອມ
ກັນເປັນເຈົ້າການສະກັດກັ້ນຕ້ານປາກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມໃຫ້ໝົດໄປເທື່ອລະກ້າວ.