ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງຮ້ອຍ 619 ທີ່ຂຶ້ນກັບກອງພົນທີ 3 ປິດຊຸດອົບຮົມທະຫານໃໝ່


ສະຫາຍ ພັນໂທ ແສງທອງ ເພັງຄຳພັນ ມອບໃບຢັ້ງຢືນໃຫ້ທະຫານໃໝ່

     ໃນວັນທີ 12 ມິຖຸນາ 2019 ຜ່ານມານີ້, ກອງຮ້ອຍ 619 ທີ່ຂຶ້ນກັບກອງພົນທີ 3 ໄດ້ປິດຊຸດ ອົບຮົມໃຫ້ແກ່ທະຫານໃໝ່ຊຸດທີ 4 ປະຈຳປີ 2019 ຂຶ້ນຢູ່ທີ່ສະໂມສອນ
ຂອງຕົນ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພັນໂທ ແສງທອງ ເພັງຄຳພັນ ຮອງຫົວໜ້າຫ້ອງເສນາທິການກອງພົນທີ 3, ມີຄະນະພັກ- ຄະນະບັນຊາ, ພະນັກງານ,
ພະແນກການທີ່ກ່ຽວຂ້ອງ, ຄູອາຈານ ຕະຫຼອດຮອດອ້າຍນ້ອງທະຫານໃໝ່ເຂົ້າຮ່ວມ.

     ໃນພິທີສະຫາຍ ຮ້ອຍເອກ ບຸນໄຊ ໄຊຍະຜົນ ຮອງຫົວໜ້າການທະຫານກອງຮ້ອຍ 619 ກໍ ໄດ້ຂຶ້ນຜ່ານບົດສະຫຼຸບຜ່ານການເຝິກແອບຮໍ່າຮຽນຕະຫຼອໄລຍະ 90 ວັນ
ຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ-ດ້ານອ່ອນ ແລະ ຜົນງານທີ່ຍາດມາໄດ້ໃນໄລຍະອົບຮົມເຊັ່ນ: ພາກການເມືອງ ບັນລຸ 67,32%, ພາກການທະຫານ ບັນລຸ 59,57%
ແລະ ພາກພະລາທິການ ບັນລຸ 94,68%, ນອກນີ້ຍັງໄດ້ມອບຂອງຂວັນໃຫ້ຜູ້ທີ່ ຮຽນດີຮຽນເກັ່ງປະເພດ I ມີ 11 ສະຫາຍ, ປະເພດ II ມີ 25 ສະຫາຍ,ຈາກນັ້ນສະຫາຍ
ພັນໂທ ຄຳອ້າຍ.

     ສຸລິພາ ຫົວໜ້າພະແນກກຳລັງພົນກໍໄດ້ຂຶ້ນຜ່ານຂໍ້ຕົກລົງເລກທີ 1065/ກພທ ລົງວັນທີ 3 ມິຖຸນາ 2019 ວ່າດ້ວຍການເລື່ອນຊັ້ນໃຫ້ແກ່ທະຫານໃໝ່ຈາກຊັ້ນ II
ເລື່ອນຂຶ້ນຊັ້ນ I ຈຳນວນ 94.