ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງຮຽນກໍ່ສ້າງນາຍສິບທະຫານຮາບເລກ 2 ວຽງໄຊຮັບປະກັນໄດ້ດ້ານວຽກງານພະລາທິການ


ສະຫາຍ ພັນເອກ ອິນຫວນ ວໍລະສານ ເປັນປະທານເປີດກອງປະຊຸມວຽກງານຮັບປະກັນພະລາທິການ

     ວັນ 12 ມີນາ 2019 ນີ້ໂຮງຮຽນກໍ່ສ້າງນາຍສິບທະຫານຮາບເລກ 2 ວຽງໄຊ ເປີດກອງປະຊຸມ ວຽກງານຮັບປະກັນພະລາທິການປະຈໍາປີ 2018 ຂຶ້ນ ພາຍໃຕ້ການ
ເປັນປະທານຂອງ ສະຫາຍ ພັນເອກ ອິນຫວນ ວໍລະສານ ຫົວໜ້າການທະຫານໂຮງຮຽນ, ມີບັນດາຄະນະບັນຊາຫ້ອງການ, ຄະນະ 4 ກອງພັນນັກຮຽນ, ຄະນະກອງຮ້ອຍ
ເອກະລາດ ແລະ ພະນັກງານເຮັດວຽກພະລາທິການເຂົ້າຮ່ວມ.

     ໃນພິທີ ສະຫາຍ ພັນເອກ ພູເວີນ ວົງຄໍາຊາວ ຄະນະພັກໂຮງຮຽນ ຫົວໜ້າຫ້ອງພະລາທິການໂຮງຮຽນຂຶ້ນເຜີຍແຜ່ຜົນສໍາເລັດວຽກງານພະລາທິການທົ່ວກອງທັບປີ
2018 ແລະ ທິດທາງແຜນການປີ 2019 ໃຫ້ແກ່ພະນັກງານການນໍາ ແລະ ພະນັກງານວິຊາສະເພາະພະລາທິການຮັບຮູ້ຢ່າງທົ່ວເຖິງ. ຈາກນັ້ນສະຫາຍ ພັນໂທ ກິແກ້ວ ລິດ
ແສນຫວັງ ຮອງຫົວໜ້າຫ້ອງພະລາທິການໂຮງຮຽນຂຶ້ນຜ່ານບົດສະຫຼຸບວຽກງານຮັບປະກັນພະລາທິການໃນປີ 2018 ເຊິ່ງສະຫາຍ ໄດ້ຍົກໃຫ້ເຫັນຫຼາຍບັນຫາໂດຍສະເພາະ
ແມ່ນວຽກງານຮັບປະກັນຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ, ມີແນວຄິດການເມືອງໜັກແໜ້ນ, ຕັ້ງໜ້າເຮັດວຽກງານວິຊາສະເພາະຂອງໃຜລາວທີ່ການຈັດຕັ້ງຂັ້ນ
ເທິງມອບໝາຍໃຫ້ມີຜົນສໍາເລັດເປັນຢ່າງດີ. ເປັນຕົ້ນ ແມ່ນ: ວຽກງານຮັບປະກັນເຂົ້າກິນຕາມຕົວເລກຂອງຂັ້ນເທິງອະມັດແມ່ນ:432.432 ກິໂລ(ເຂົ້າສານ) ສ່ວນວຽກ
ງານຮັບປະກັນຊີ້ນສະໜອງເຂົ້າເຮືອນຄົວລວມນັກຮຽນທັງໝົດແມ່ນ: 5.070.862 ກິໂລ, ຜັກສະໜອງໄດ້ 63,508,5 ກິໂລ ແລະ ວຽກງານການປູກຝັງ-ລ້ຽງສັດເປັນ
ຕົ້ນແມ່ນ: ສ້າງຕັ້ງກອງຮ້ອຍຜະລິດໜຶ່ງຂຶ້ນເພື່ອສະໜອງຊີ້ນເຂົ້າເຮືອນຄົວລວມໂຮງຮຽນໄດ້ກໍາໄລຈາກການຜະລິດລູກປາ, ຜະລິດລູກໝູ, ຂາຍຊີ້ນໝູ-ຂາຍປາເຂົ້າເຮືອນ
ຄົວລວມ ແລະ ໄດ້ຈາກການປູກຜັນກາດເຮືອນຫົ່ມແມ່ນ: 51.787.000 ກວ່າກີບ, ພ້ອມນີ້ຍັງກໍ່ສ້າງຂະແໜງເຫຼົ່າຮົບພະລາທິການຢູ່ບັນດາໂຮງຮຽນຕ່າງໆພາຍໃນປະ
ເທດ ແລະ ເຝິກອົບຮົມກັບທີ່ເພື່ອສ້າງໃຫ້ພະນັກງານເຮັດວຽກງານພະລາທິການມີຄວາມຮູ້ຄວາມສາມາດ ເຮັດສໍາເລັດໜ້າທີ່ວຽກງານການຈັດຕັ້ງຂັ້ນເທິງມອບໝາຍໃຫ້,
ນອກນີ້ຍັງວຽກງານອື່ນໆຂອງວຽກງານພະລາທິການໂຮງຮຽນກໍ່ເຮັດສໍາເລັດໜ້າທີ່ວຽກງານຂອງຕົນ ໂດຍປະຕິບັດຕາມທິດຊີ້ນໍາຂອງກົມໃຫຍ່ພະລາ  ທິການກອງທັບວ່າ
ດ້ວຍ 4 ປູກ 4 ລ້ຽງໃນການເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

     ໃນໂອກາດດັ່ງກ່າວສະຫາຍ ພັນເອກ ອິນຫວນ ວໍລະສານ ເລຂາຄະນະພັກ ຫົວໜ້າການທະຫານໂຮງຮຽນໄດ້ໂອ້ລົມ ແລະ ຍ້ອງຍໍສູງຕໍ່ວຽກງານພະລາທິການຂອງໂຮງ
ຮຽນທີ່ນໍາພາທຸກວຽກງານຂອງກົມກອງໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ. ສະຫາຍໄດ້ເນັ້ນໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນຕ້ອງເຊື່ອມຊຶມກໍາແໜ້ນຮູ້ໝູນໃຊ້
ແນວທາງແຜນນະໂຍບາຍຂອງພັກ, ມະຕິຄະນະພັກກະຊວງກໍຄືຂອງໂຮງຮຽນວາງອອກໃຫ້ສອດຄ່ອງກັບສະພາບເງື່ອນໄຂຕົວຈິງຂອງກົມກອງ. ພ້ອມນີ້ບັນດາສະຫາຍທີ່
ເຮັດວຽກງານວິຊາສະເພາະເຫຼົ່າຮົບພະລາທິການຕ້ອງຍົກສູງຄວາມຮັບຜິດຊອບຕໍ່ວຽກງານໃຫ້ສູງ, ເຄັ່ງຄັດເຂັ້ມງວດ ແລະ ໃຫ້ດີຂຶ້ນກວ່າເກົ່າ, ໂດຍຍົກສູງຈິດໃຈເພິ່ງຕົນ
ເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນໂດຍຖືເອົາບັນຫາການຄຸ້ມຄອງປົກປັກຮັກສາໃຫ້ໄດ້ດີ. ກ່ອນຈະເຮັດໄດ້ຄືແນວນັ້ນກ່ອນອື່ນໝົດຕ້ອງເຕົ້າໂຮມຄວາມ
ສາມັກຄີພາຍໃນໃຫ້ເລິກເຊິ່ງ, ມີຄວາມບໍລິສຸດຜຸດຜ່ອງນໍາພາວຽກງານພະລາທິການຂອງໂຮງຮຽນໃຫ້ມີຄວາມຮັບປະກັນຂຶ້ນຢ່າງບໍ່ຢຸດຢັ້ງ.