ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະພັກກອງບັນຊາການທະຫານແຂວງ ຫຼວງນໍ້າທາ ສຳ​ເລັດກອງປະຊຸມໃຫຍ່ ຄັ້ງທີ V


ສະຫາຍ ພົນຈັດຕະວາ ອິ່ນແກ້ວ ມະນີຈັນ ​ເປັນປະທານກອງ​ປະຊຸມ

     ກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກກອງບັນຊາການທະຫານແຂວງຫຼວງນໍ້າທາ ໄດ້ໄຂຂຶ້ນ ແລະ ອັດລົງດ້ວຍໝາກຜົນອັນຈົບງາມໃນລະຫວ່າງວັນທີ 12-13
ທັນວາ ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ອິ່ນແກ້ວ ມະນີຈັນ ກຳມະການພັກແຂວງ, ເລຂາຄະນະພັກ, ຫົວໜ້າ ການທະຫານກອງບັນຊາການທະຫານ
ແຂວງ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ເພັດຖາວອນ ພິລາວັນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆ ຫຼວງນໍ້າທາ ພ້ອມດ້ວຍແຂກຖືກເຊີນຕະຫຼອດ
ຮອດຜູ້ແທນສົມບູນ ຈຳນວນ 115 ສະຫາຍ, ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດຈຳນວນ 1.167 ສະຫາຍ ເຂົ້າຮ່ວມ.

     ໃນກອງປະຊຸມ ສະຫາຍ ພັນເອກ ຫຸມພັນ ແກ້ວວັງລາດ ຄະນະພັກກອງບັນຊາການ ຫົວໜ້າ ຫ້ອງການເມືອງ ໄດ້ຜ່ານບົດລາຍງານການເມືອງທັງ 2 ພາກ ເຊິ່ງຍົກ
ໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ພ້ອມທັງໄດ້ຍົກໃຫ້ເຫັນເຖິງຜົນສຳເລັດຂອງການນຳພາຂອງຄະນະພັກກອງບັນຊາການບົນພື້ນຖານ
ຄວາມສາມັກຄີເປັນເອກະພາບພາຍໃນພັກ, ການຈັດຕັ້ງປະຕິບັດໜ້າທີ່ປ້ອງກັນຊາດ, ກໍຄືການປັບປຸງກໍ່ສ້າງພັກ, ກໍ່ສ້າງກຳລັງໃນທຸກດ້ານຕາມແນວທາງປ່ຽນແປງໃໝ່ທີ່
ມີຫຼັກການຂອງພັກ, ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ. ຈາກນັ້ນໃນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ
ຂອງຕົນປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກຊຸດໃໝ່ຈຳນວນ 11 ສະຫາຍ, ເຊິ່ງກອງປະຊຸມຄັ້ງປະຖົມມະເລີກຂອງຄະນະບໍລິຫານງານພັກກອງບັນຊາການທະຫານ
ແຂວງ ຫຼວງນໍ້າທາ ສະໄໝທີ V ໄດ້ເປັນເອກະສັນເລືອກຕັ້ງເອົາຄະນະບໍລິຫານງານພັກປະກອບມີບັນດາສະຫາຍ ດັ່ງນີ້: ສະຫາຍ ພົນຈັດຕະວາ ອິ່ນແກ້ວ ມະນີຈັນ ເປັນເລ
ຂາຄະນະບໍລິຫານງານພັກ, ສະຫາຍ ພັນເອກ ຫຸມ ພັນ ແກ້ວວັງລາດ ເປັນຮອງ ເລຂາ, ສະຫາຍ ພັນໂທ ຄໍາເຫຼັກ ສາຍຄໍາພວນ ເປັນປະທານກວດກາພັກ ແລະ ສະຫາຍ
ພັນໂທ ຄໍາອ້ອຍ ລໍຕະກຸນ ເປັນຮອງ ປະທານກວດກາພັກ. ກອງປະຊຸມຍັງຄັດເລືອກເອົາຜູ້ແທນສົມບູນ ຈຳນວນ 24 ສະຫາຍ ແລະ ສຳຮອງ 5 ສະຫາຍ ໄປຮ່ວມກອງປະ
ຊຸມໃຫຍ່ອົງຄະນະພັກຂັ້ນເທິງ.

     ຕອນທ້າຍຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ເພັດຖາວອນ ພິລາວັນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫຼວງນຳ້ທາ ເຊິ່ງໄດ້ສະແດງຄວາມຍ້ອງ
ຍໍຊົມເຊີຍຕໍ່ໝາກຜົນແຫ່ງການຊີ້ນຳ-ນຳພາຂອງຄະນະບໍລິຫານງານພັກຊຸດເກົ່າທີ່ໄດ້ຊີ້ນຳ-ນຳພາພະນັກງານ-ນັກຮົບປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ມະ
ຕິຄັ້ງທີ IV ຂອງຄະນະພັກກະຊວງປ້ອງກັນປະເທດ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງຄະນະບໍລິຫານງານພັກກອງບັນຊາການທະຫານແຂວງ ດ້ວຍຜົນສຳເລັດ
ຫຼາຍດ້ານ ພ້ອມທັງຮຽກຮ້ອງໃຫ້ຄະນະພັກແຕ່ລະຂັ້ນເຊີດຊູນຳ້ໃຈຮັກຊາດ, ຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພີ່ມທະ
ວີຄວາມສາມັກຄີເປັນເອກະພາບພາຍໃນກົມກອງ ແລະ ສາມັກຄີກັບປະຊາຊົນບັນດາເຜົ່າໃຫ້ເປັນປຶກແຜ່ນແໜ້ນໜາ, ສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດອັນດີງາມຂອງ
ກອງທັບຢ່າງບໍ່ຢຸດຢັ້ງຄົ້ນຄວ້າກຳແໜ້ນເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງນີ້, ​ເພື່ອຜັນຂະຫຍາຍເປັນໜ້າວຽກ, ແຜນການວຽກງານຢ່າງລະອຽດສອດຄ່ອງກັບຈຸດພິເສດ,
ເງື່ອນໄຂຂອງກົມກອງ, ຂະແໜງການຂອງຕົນເອງໃຫ້ເກີດໝາກເກີດຜົນຕົວຈິງ, ແນໃສ່ສືບຕໍ່ປັບປຸງກໍ່ສ້າງກົມກອງນັບມື້ມີຄວາມໜັກແໜ້ນເຂັ້ມແຂງ ສົມເປັນກຳລັງແຮງ
ອັນແທ້ຈິງຮັບປະກັນຄວາມໝັ້ນຄົງຂອງຊາດ.