ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫ້ອງການກໍາມະບານ ກະຊວງປ້ອງກັນປະເທດ
ເຄື່ອນ​ໄຫວ​ຊຸກຍູ້ຂະບວນການຢູ່ໂຮງງານສ້ອມແປງລົດ-ເຮືອ


     ວັນທີ 15 ພະຈິກນີ້, ຫ້ອງການກໍາມະບານ ກະຊວງປ້ອງກັນປະເທດ ເຊິ່ງນໍາໂດຍ ສະຫາຍ ພັນໂທ ໄຊຊະນະ ທຳມະສອນ ຮອງຫົວໜ້າ ຫ້ອງການກໍາມະບານ ກະຊວງ
ປ້ອງກັນປະເທດ ພ້ອມຄະນະໄດ້ລົງເຄື່ອນໄຫວຊຸກຍູ້ຂະບວນການຢູ່ໂຮງງານສ້ອມແປງລົດ-ເຮືອ ໂດຍໃຫ້ການຕ້ອນຮັບຈາກ ສະຫາຍ ພັນໂທ ບຸນເປີ້ງ ສີສະໜາມໄຊ ອໍາ
ນວຍການໂຮງງານສ້ອມແປງລົດ-ເຮືອ ພ້ອມຄະນະ.

     ສະຫາຍ ພັນໂທ ສີເພັດ ເທບພະວົງ ຮອງຫົວໜ້າ ອໍານວຍການໂຮງງານດັ່ງກ່າວ, ປະທານໜ່ວຍຮາກຖານກໍາມະບານໂຮງງານສ້ອມແປງລົດ-ເຮືອໄດ້ລາຍງານ ໂດຍ
ຫຍໍ້ກຽ່ວກັບການເຄື່ອນໄຫວຊີ້ນໍາ ນໍາພາຂອງຄະນະໜ່ວຍຮາກຖານກໍາມະບານ ແລະ ສະມາຊິກກໍາມະບານໃນທົ່ວໂຮງງານສ້ອມແປງລົດ-ເຮືອ ໃນໄລຍະຊຸມປີຜ່ານມາ
ມີຫຼາຍດ້ານ ທີ່ຜົນເດັ່ນເປັນຕົ້ນແມ່ນ ຄະນະພັກ-ຄະນະໜ່ວຍກໍາມະບານ ໂຮງງານສ້ອມແປງລົດ-ເຮືອ ຂອງພວກເຮົາຍາມໃດກໍໃຫ້ຄວາມສໍາຄັນ ແລະ ຖືເປັນວຽກງານ
ສໍາຄັນ ຖືເປັນວຽກງານແຖວໜ້າເປັນປັດໄຈຕົ້ນຕໍໃນການສຶກສາອົບຮົມການເມືອງ-ນໍາພາ ແນວຄິດໃຫ້ພະນັກງານສະມາຊິກກໍາມະບານ, ພາຍໃນໂຮງງານໄດ້ຮັບຮູ້ເຊື່ອມ
ຊຶມຕໍ່ຂໍ້ກໍານົດກົດລະບຽບຂອງກອງທັບ, ກົດໝາຍຂອງລັດ ແລະ ຂໍ້ກໍານົດກົດລະບຽບຂອງສູນກາງກໍາມະບານລາວວາງອອກໄດ້ເປັນຢ່າງດີ. ດ້ານວຽກງານວິຊາສະເພາະ
ໃນຊຸມປີຜ່ານມານີ້ ໄດ້ສໍາເລັດການສ້ອມແປງພາຫະນະລົດຮັບໃຊ້ກອງທັບທຸກປະເພດໄດ້ 21 ຄັນ, ມີມູນຄ່າວັດ ຖຸ 95 ລ້ານກວ່າກີບ, ຟື້ນຟູບົວລະບັດປົກປັກຮັກສາ
ເຮືອຈໍານວນ 3 ລໍາໃຫ້ຢູ່ສະພາບທີ່ໃຊ້ງານໄດ້ຕະຫຼອດເວລາ, ພ້ອມດຽວກັນນີ້ ຍັງໄດ້ຊຸກຍູ້ສະມາຊິກກໍາມະບານພາຍໃນໜ່ວຍເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດຕາມ
ທ່າແຮງບົ່ມຊ້ອນຂອງກົມກອງໃນນີ້ໄດ້ລ້ຽງ ງົວ 9 ໂຕ, ມີໜອງປາ 1 ໜອງ ປ່ອຍປາຈໍານວນ 2.000 ໂຕ, ລ້ຽງນົກກະທາ 400 ໂຕ ແລະ ປູກພືດຕາມລະດູການສະເລ່ຍ
ບຸກຄົນໄດ້ 18-25 ກິໂລຕໍ່ຄົນ ພ້ອມນີ້ຍັງຫາລາຍໄດ້ຈາກຂະແໜງຊ່າງໄມ້ເຮັດເຄື່ອງເຟີນີເຈີ ແລະ ຮັບເໝົາກໍ່ສ້າງສ້ອມແປງຕ່າງໆ ໄດ້ທັງໝົດ 27 ລ້ານກວ່າ ກີບ, ພາຍ
ໃນໜ່ວຍກໍາມະບານ, ສາມາດຊ່ວຍເຫຼືອສະມາຊິກກໍາມະບານ, ກໍາມະກອນພາຍໃນໂຮງງານ ຢ່າງທົ່ວເຖິງ. ຈາກຜົນງານການ ເຄື່ອນໄຫວໜ້າທີ່ວຽກງານວິຊາສະເພາະ
ກໍຄືໜ້າທີ່ການເມືອງຂອງຕົນເອງຮັບຜິດຊອບ ແລະ ຂະບວນການ 5 ເປັນເຈົ້າປະຈໍາປີ 2018-2019 ໄດ້ປະເພດແຂງ 54 ສະຫາຍ, ໄດ້ຮັບຫຼຽນກາລະນຶກ 70 ປີ 30 ສະ
ຫາຍ, ຫຼຽນໄຊ ພິລະອາດຫານຊັ້ນ II 5 ສະຫາຍ, ຫຼຽນໄຊແຮງງານຊັ້ນ II 4 ສະຫາຍ, ຊັ້ນ III 22 ສະຫາຍ, ຫຼຽນ ກາແຮງງານ 13 ສະຫາຍ, ຍ້ອງຍໍປະເພດຕ່າງໆ 13
ສະຫາຍ.

     ໂອກາດນີ້, ສະຫາຍ ພັນໂທ ໄຊຊະນະ ທໍາມະສອນ ຮອງຫົວໜ້າ ຫ້ອງການກໍາມະບານກອງທັບໄດ້ມີຄໍາເຫັນ ແລະ ເນັ້ນໜັກໃຫ້ ຄະນະພັກ-ຄະນະບັນຊາກົມກອງ
ຕ້ອງໄດ້ສືບຕໍ່ສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ສະມາຊິກພັກ, ສະມາຊິກກໍາມະບານ ໃຫ້ເປັນປົກກະຕິ, ສືບຕໍ່ຊຸກຍູ້ປຸກລະດົມຂະບວນການໃນການຈັດ ຕັ້ງປະ
ຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງ ສູນກາງສະຫະພັນ ກໍາມະບານວາງອອກ ກໍຄືຫ້ອງການກຳມະບານກອງທັບ ແລະ ຂະບວນການເຄື່ອນໄຫວວຽກງານດ້ານຕ່າງໆ
ທີ່ໂຮງງານສ້ອມແປງລົດ-ເຮືອວາງອອກໃຫ້ປາກົດຜົນເປັນຈິງ.